ກຳປູເຈຍ ປິດນະຄອນຫລວງພະນົມເປັນ14ວັນຄວບຄຸມໂຄວິດ-19.

ຂປລ.ຕາມຂ່າວຈາກ ກຳປູເຈຍ, ທ່ານ ຮຸນເຊນ,ນາຍົກລັດຖະມົນຕີ ກຳປູເຈຍ ປະກາດ ປິດນະຄອນຫລວງ ພະນົມເປັນ ເປັນເວລາ 14ວັນ ມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ15-28 ເມສາປີນີ້ ເພື່ອຄວບຄຸມ ການແຜ່ລະບາດ ໂຄວິດ-19 ໂດຍລວມທັງ ເມືອງຕາເຂມາ(Ta Khmau) ເປັນເມືອງໜຶ່ງ ໃນແຂວງກັນດາລ (Kandal) ຢູ່ຫ່າງຈາກ ນະຄອນຫລວງ ພະນົມເປັນ ໄປທາງໃຕ້ ປະມານ 10ກິໂລແມັດ ໂດຍຫ້າມ ປະຊາຊົນ ທຸກຄົນ ອອກຈາກເຮືອນ ຖ້າບໍ່ຈຳເປັນ ຍົກເວັ້ນ ສຳລັບ ຜູ້ທີ່ເດີນທາງ ໄປເຮັດວຽກ ຫລື ດຳເນີນ ທຸລະກິດ ແລະ ຕ້ອງມີໜັງສື ຮອງຮັບ ຈາກບໍລິສັດ ຫລື ໜ່ວຍງານທ້ອງຖິ່ນ ຂອງຜູ້ເດີນທາງ.

ຂະນະທີ່່ ປະຊາຊົນ ສາມາດ ອອກຈາກເຮືອນໄດ້ ດ້ວຍເຫດຜົນ ດ້ານສຸຂະພາບ ຫລື ໃນສະຖານະການ ສຸກເສີນ ແຕ່ຕ້ອງປະຕິບັດ ຕາມມາດຕະການ ຄວາມປອດໄພ ດ້ານສາທາລະນະສຸກ ໂດຍສະເພາະ ການໃສ່ຜ້າອັດປາກ ແລະ ຮັກສາ ໄລຍະຫ່າງ ທາງສັງຄົມ.
ສ່ວນກະຊວງງ ສາທາລະນະສຸກ ກຳປູເຈຍ ລາຍງານ ຜູ້ເສຍຊີວິດ ຈາກໂຄວິດ-19ຈຳນວນ 36ຄົນ ແລະ ຜູ້ຕິດເຊື້ອອີກ 177ຄົນ ເພີ່ມສະຖິຕິ ສະສົມ ຂອງຜູ້ຕິດເຊື້ອ ໂຄວິດ-19ເກືອບ 5.000 ຄົນແລ້ວ ໂດຍ 1 ໃນ3 ຂອງຜູ້ຕິດເຊື້ອ ໄດ້ຮັບການຢືນຢັນ ພາຍໃນເວລາ ພຽງເດືອນດຽວ ແລະ ຍັງມີຜູ້ເຂົ້າຮັບການປິ່ນປົວ ຢູ່ໂຮງໝໍ2.500 ກວ່າຄົນ./.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ