ຂ່າວດ່ວນ

ເກົດເຫດໄຟໄໝ້ເຮືອນ ມີຜູ້ ເ ສ ຍ ຊີ ວິ ດ 1 ຄົນ (ມີຄລີບ​)​

#ເຫດໄຟໄໝ້ເຮືອນ. ວັນທີ 16.04.2021 ເວລາ08:56 ນາທີ. ຫນ່ວຍກູ້ໄພມູນນິທິຈີນນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1628 ວ່າມີເຫດໄຟໄໝ້ເຮືອນ.

# ຈຸດເກິດເຫດແມ່ນ : ເຂດບ້ານສົມສະຫງ່າ,​ ເມືອງ ໄຊເສດຖາ,​ ແຂວງ ນະຄອນຫລວງວຽງຈັນ

ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນ 1628 ຈຶ່ງໄດ້ອອກກວດສອບເຫດພ້ອມອາສາສະໝັກໃນຈຸດເກີດເຫດ ພົບເຫັນເປັນໄຟໃໜ້ເຮືອນໝື່ງຫລັງ.

# ພົບຜູ້ເສຍຊິວິດ 1 ຄົນ ເປັນເພດຊາຍ

# ສ່ວນສາເຫດແມ່ນເຈົ້າໜ້າທີກຳລັງສືບສວນສອບສວນສາເຫດຢູ່

# ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນ 1628 ໄດ້ເຮັດການຊ່ວຍເຫຼືອດັບໄຟຕ້ານອັກຄີໄພເພື່ອບໍ່ໃຫ້ລຸກລາມ

#ຈາກນັ້ນພວກເຮົາໜ່ວຍກູ້ໄພມູນນິທິຈີນ1628 ຂໍຝາກເຕືອນໃຫ້ພໍ່ແມ່ປະຊາຊົນໃຫ້ມີສະຕິລະມັດລະວັງປິດໄຟກ່ອນອອກຈາກບ້ານດັບທຸບທຽນ ແລະ ອຸປະກອນໄຟຟ້າທຸກສະນິດເພື່ອບໍ່ໃຫ້ເກິດອັກຄີໄພ

#ແຈ້ງເຫດສຸກເສີນໂທ1628

ຊົມຄລີບ​1

ຊົມຄລີບ​2

Related Articles

Leave a Reply

Your email address will not be published. Required fields are marked *

Back to top button