ໂຈ ໄບເດນ ຈະປ່ຽນລົດລັດຖະບານ ເປັນລົດຍົນໄຟຟ້າ


ປະທານາທິບໍດີ ໂຈ ໄບເດນ ປະກາດວ່າ ລັດຖະບານກາງສະຫະລັດ ຈະເລີ່ມຂະບວນການຍຸຕິ ການໃຊ້ຍານພາຫະນະທີ່ຂັບເຄື່ອນດ້ວຍເຄື່ອງຍົນສັນດາບ ບໍ່ວ່າຈະເປັນລົດຍົນ, ລົດບັນທຸກ ແລະ SUV ທັງໝົດ ແລ້ວ.
ປ່ຽນມາເປັນຍານພາຫະນະທີ່ຂັບເຄື່ອນດ້ວຍໄຟຟ້າແທນ.ເພື່ອສົ່ງເສີມນະໂຍບາຍພະລັງງານສະອາດ ແລະເປັນການລິເລີ່ມການໃຊ້ລົດຍົນໄຟຟ້າ EV ທີ່ຜະລິດຂຶ້ນໃນສະຫະລັດ (American-made EVs) ທີ່ ໂຈ ໄບເດນ ໄດ້ໃຫ້ຄຳໝັ້ນສັນຍາເອົາໄວ້.


ໃນປີ 2019 ລົດຖະບານກາງຂອງສະຫະລັດ ມີທັງໝົດ 650,000 ຄັນແບ່ງເປັນ:
– ລົດສ່ວນບຸກຄົນ 245,000 ຄັນ
– ລົດທາງທະຫານ 173,000 ຄັນ
– ລົດໄປສະນີ 225,000 ຄັນ.


ເຊິ່ງການເປັນລົດທັງໝົດເປັນລົດໄຟຟ້ານີ້ ອາດຈະໃຊ້ງົບຫຼາຍກວ່າ 20,000 ລ້ານໂດລາ ນີ້ເປັນຂ່າວດີ, ສຳລັບຜູ້ຜະລິດລົດຍົນໄຟຟ້າ EV ໃນອະເມຣິກາ ເຊັ່ນ Tesla, Rivian ແລະ Lordstown ພ້ອມດ້ວຍ Ford ແລະ General Motors ທີ່ກຳລັງຂາດທຶນຢ່າງໜັກໜ່ວງ ເພື່ອພັດທະນາ ແລະຜະລິດລົດຍົນໄຟຟ້າ.


ນອກຈາກນີ້, ລຸງໂຈ ໄບເດນ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະສ້າງຕຳແໜ່ງວຽກໃໝ່ 1 ລ້ານຕຳແໜ່ງໃນພາກອຸດສາຫະກຳຍານຍົນ ຕະຫຼວດຫ່ວງໂສ້ອຸປະທານ ຕັ້ງແຕ່ຊິ້ນສ່ວນອຸປະກອນ, ການຜະລິດ ໄປຈົນເຖິງສະຖານີສາກລົດຍົນໄຟຟ້າ.
ເຊິ່ງຈະສ້າງແຮງຈູງໃຈ ຫຼືມອບສ່ວນຫຼຸດພິເສດໃຫ້ກັບປະຊາຊົນ ເພື່ອໃຫ້ຫັນມາໃຊ້ລົດຍົນໄຟຟ້າກັນຫຼາຍຂຶ້ນ.ແລະສ້າງແຮງຈູງໃຈໃຫ້ກັບຜູ້ຜະລິດລົດຍົນ ເພື່ອໃຫ້ສ້າງ ຫຼືປັບປຸງໂຮງງານ.


ສຳລັບປະກອບລົດຍົນໄຟຟ້າ EV ແລະຊິ້ນສ່ວນທີ່ກ່ຽວຂ້ອງ ໂດຍສະເພາະລາວໃຫ້ຄຳໝັ້ນສັນຍາວ່າ ຈະທຸ້ມເງິນຫຼາຍພັນລ້ານໂດລາ ເພີື່ອເພີ່ມສະຖານີສາກລົດຍົນໄຟຟ້າ 550,000 ລ້ານໂດລາສະຫະລັດ.
ເພື່ອໃຫ້ໝັ້ນໃຈວ່າ ລົດທຸກຄັນເທິງຖະໜົນ ຈະບໍ່ມີການປ່ອຍອາຍພິດ ຈົນເຖິງປີ 2040.