ສັງຄົມຕ້ອງການໃຫ້ ທ່ານ Bounpasong Tmv ແລະ Keosanahpone Sanahpone ອອກມາຊີ້ແຈງ ດ່ວນ.ສັງຄົມຕ້ອງການໃຫ້ ທ່ານ Bounpasong Tmv ແລະ Keosanahpone Sanahpone ອອກມາຊີ້ແຈງ.


ສະບາຍດີ ບັນດາທ່ານ ໃນໂລກໂຊຊ່ຽວ ທຸກທ່ານ ວັນທີ 15/4/2021ຜ່ານມານີ້ ໄດ້ມີຄລິບ
ວິດີໂອ ( https://m.facebook.com/story.php?story_fbid=857160311504288&id=100016309812748 )
ກ່ຽວກັບການເກີດອຸປະເຫດ ລົດປີ້ນຍ້ອນໄປຮ່ວມຫຼິ້ນບຸນປີໃໝ່ລາວ ຊຶ່ງກໍ່ມີຜູ້ຖຶກບາດເຈັບຫຼາຍພໍສົມຄວນ ແຕ່ບໍ່ມີລາຍງານວ່າເຫດເກີດຢູ່ໃສ່ ແຕ່ການຟັງສຽງຜູ້ເກີດອຸປະຕິເຫດນັ້ນແມ່ນເຜົ່າມົ້ງ ໃນລົດຄັນດັ່ງກ່າວ ປະກົດວ່າມີເກືອບ 200 ຄ້ອມແມ້ນທີ່ເວົ້າເປັນພາສາມົ້ງ ແລະ ພາສາລາວຕ່າງໆນາ ແຕ່ທີ່ໜັກໜ່ວງມີ ທ່ານ Bounpasong Tmv ອອກມາ ວິຈານດັ່ງນີ້:

(Bounpasong Tmv
ອຸປະຕິເຫດຢູ່ໃສມີແຕ່ແມ້ວ ຄັນລາວກັບແມ້ວຕຳດຽວແມ້ວເອົາຊະນະຈົນໄດ້ມາເວົ້າຄວາມມາຫມົດຕະກູນ ແບບນີ້ແລະມັນກິນອາຫານສົກກະປົກກິນເຂົ້າກັບນ້ຳລ້າງມື….ຂາຍຢາບ້າຢູ່ໃສແມ່ນແຕ່ແມ້ວ…ຜົວເມຍຕີກັນຢູ່ເຟສບຸກກະແມ້ວ..ໄປຕະຫຼາດກະມີແຕ່ກິ່ນເຫມັນແມ້ວຮາກຈົນອອກ…ເລຍປອກອົມໂຄຍລາວລຸ່ມ…2ຄຳກະແມ້ວ3ຄຳກະແມ້ວ4ຄຳກະແມ້ວ….ແມ້ວວັງປາວ…ເບື່ອແມ້ວເດ )
Keosanahpone Sanahpone
Bounpasong Tmv
ແມ່ນຂ້ອຍກະເຄີຍຖືກມາແລ້ວ ມາຫມົດບ້ານ ເກືອບອອກຈາກບ້ານມັນບໍ່ໄດ້
ມາຄັດແຍກສິ່ງທ່ານກ່າວມີ ຈຳນວນ 10 ຂໍ້ກ່າວຫາຄື:
“(…1/ ອຸປະຕິເຫດຢູ່ໃສມີແຕ່ແມ້ວ ຄັນລາວກັບແມ້ວຕຳດຽວແມ້ວເອົາຊະນະຈົນໄດ້ມາເວົ້າຄວາມມາຫມົດຕະກູນ. 2/ ແບບນີ້ແລະມັນກິນອາຫານສົກກະປົກ. 3/ ກິນເຂົ້າກັບນ້ຳລ້າງມື….4/ ຂາຍຢາບ້າຢູ່ໃສແມ່ນແຕ່ແມ້ວ…5/ ຜົວເມຍຕີກັນຢູ່ເຟສບຸກກະແມ້ວ..6/ ໄປຕະຫຼາດກະມີແຕ່ກິ່ນເຫມັນແມ້ວຮາກຈົນອອກ..7/ ເລຍປອກອົມໂຄຍລາວລຸ່ມ…8/ 2 ຄໍາກະແມ້ວ3ຄຳກະແມ້ວ4ຄຳກະແມ້ວ….9/ ແມ້ວວັງປາວ…10/ ເບື່ອແມ້ວເດ…)”
……………..
ຊຸມຊົນມົ້ງ ບໍ່ແນ່ໃຈວ່າ ທ່ານ Bounpasong Tmv ເຄີຍມີບັນຫາ ຫຼື ອະຄະຕິກັບເຂົາເຈົ້າມາແລ້ວຂັ້ນໃດຈິ່ງອອກມາກ່າວໂຈມຕີຢ່າງຮູນແຮງ. ຊຶ່ງມັນສະແດງເຖິງການຈຳແນກ ຊົນຊາດຊົນເຜົ່າ ຫຼື ເຜົ່າກຸ່ມໃຫຍ່ລັງແກເຜົ່າກຸ່ມນ້ອຍໃນລາວ.
ໃນນີ້ືລມີທັງໝົດ 10 ຂໍ້ແຕ່ຈະຂໍຍົກ 2 ຂໍ້ຄື: ຂໍ້ທີ 9 ແລະ 10 ດັ່ງນີ້:
ຂໍ້ທີ 10/ ເບື່ອແມ້ວເດ…
ທ່ານຕີຄວາມໝາຍວ່າແມ້ວ ແມ່ນ ເຜົ່າມົ້ງ ແຕ່ຕາມການຄົ້ນເບີ່ງຊື່ 50 ຊົນຊາດຊົນເຜົ່າໃນລາວ ແລະ ໃນລັດຖະທຳມະນູນນັ້ນບໍ່ມີຄຳວ່າ ( ແມ້ວ ) ສະແດງວ່າທ່ານ ພະຍາຍາມສ້າງຂຶ້ນມາແລະ ບໍ່ວ່າໃນການປະພຶດຕົວຈິງກໍ່ຄືໃນແນວຄິດຂອງເຜົ່າ ອື່ນໆຮ່ວມກັບທ່ານແມ່ນຈຳແນກໂດຍກົງ.
ຂໍ້ທີ 9/ ແມ້ວວັງປາວ…
ທ່ານໝາຍຄວາມວ່າ: ມົ້ງຈະຢູ່ໃສ່ກໍ່ຕາມແມ່ນລູກແຫຼ້ງຕີນມືຂອງ ອາດິດນາຍພົນ ວັງປາວ ທີ່ເຄີຍຮັບໃຊ້ເມກາ ກໍ່ສົງຄາມໃນລາວແຕ່ປີ 1964-1975 ນັ້ນ.

ແຕ່ຊຸມຊົນມົ້ງ ຂໍຊີ້ແຈງຄື 2 ຂໍ້ດັ່ງນີ້:
1/ ເຖິງວັງປາວ ແລະ ມີພາກພວກມົ້ງ ຈໍານວນໜຶ່ງຈະເຄີຍສົງຄາມອັນເຈັບແຊັບໃນໄລຍະຜ່ານມາ ແຕ່ຕາມທີ່ເຂົ້າໃຈນັ້ນ ວັງປາວ ບໍ່ແມ່ນຜູ້ລິເລີ່ມຫຼື ກໍ່ໃຫ້ເກີດສົງຄາມ ແລະ ເມື່ອທຽບໃສ່ເຜົ່າອື່ນໆກໍ່ມີຍິ່ງມີຫຼາຍກ່ວາ (ພວກເຮົາບໍ່ພ້ອມ).

2/ ບໍ່ວ່າໃນປາງສົງຄາມ, ໃນອາດິດ ຫຼື ປະຈຸບັນຊຸມຊົນມົ້ງກໍ່ໄດ້ຮັກຊາດ, ໄດ້ປະກອບພາລະກິດປະຕິວັດສາດຄ່ຽງບ່າຄຽງໄລ່ຮ່ວມເຜົ່າອື່ນໆພາຍໃຕ້ອຸດົມການ ພັກປະຊາຊົນປະຕິວັດລາວ ແລະ ຕ້ານສັດຕູຜູ້ຮູກຮານ ຊຶ່ງກໍ່ໄດ້ອຸທິດຊີວິດ, ເລືອດເນື້ອເພື່ອປະເທດຊາດໃນນັ້ນມີຫຼາຍຄົນໄດ້ເສຍຊີວິດ, ເສຍອົງຄະ, ບໍ່ໄດ້ອຸດໜູນໃດໆທັງສິ້ນ, ມີຫຼາຍຄົນກາຍເປັນວິລະບູລຸດ, ວິລະຊົນ ແລະ ການນຳຂັ້ນສູງ ເຊັນກັນ.

ແຕ່ເປັນຫຍັງ ທ່ານຈິ່ງ ອອກມາໃຊ້ຮ້າຍປ້າຍສີໂຈມຕີຮ້າງແຮງ.
ສະນັ້ນຊຸມຊົນມົ້ງ ຕ້ອງການໃຫ້ທ່ານເອົາຫຼັກຖານອອກມາຊີ້ແຈງໃຫ້ລະອຽດ ແລະ ຂໍໃຫ້ຂັ້ນເທິງຊ່ວຍສຶກສາອົບຮົມດ້ວຍ.
ຂໍຂອບໃຈ.