ແຈ້ງການ “ດ່ວນທີ່ສຸດ” ເຖິງ: ບັນດາແຂກ,ຍາດຕິພີ່ນ້ອງ ແລະ ເພືອນມິດສະຫາຍ


ແຈ້ງການ “ດ່ວນທີ່ສຸດ”ເຖິງ: ບັນດາແຂກ,ຍາດຕິພີ່ນ້ອງ ແລະ ເພືອນມິດສະຫາຍເລື່ອງ: ການໂຈ້ະງານດອງ ທ.ຄໍາວອນ ຈັນທະລາພອນ ແລະ ນາງ ຄໍາບາງ ພິມພັນທະວົງ– ອີງຕາມ ການແຈ້ງການຂອງຄະນະສະເພາະກິດແຂວງຊຽງຂວາງ– ອີງຕາມ ການຕົກລົງເຫັນດີເປັນເອກະພາບຂອງທັງສອງຝ່າຍໃນການໂຈ້ະ


ພວກຂ້າພະເຈົ້າຂໍຕາງໜ້າເຈົ້າພາບທັງສອງຝ່າຍ ຂໍແຈ້ງມາຍັງບັນດາແຂກ,ຍາດຕິພີ່ນ້ອງ ແລະ ເພືອນມິດສະຫາຍທີຢູ່ໃກ້ແລະຢູ່ໄກຊາບທົ່ວເຖິ່ງກັນວ່າ: ການແຕ່ງງານ ທ.ຄໍາວອນ ຈັນທະລາພອນ ແລະ ນາງ ຄໍາບາງ ພິມພັນທະວົງ ທີ່ຈະຈັດຂື້ນໃນວັນອັງຄານ ວັນທີ່ 20.04.2021 ຢູ່ທີ່ ບ້ານຢອນ,ເມືອງແປກ,ແຂວງຊຽງຂວາງ.


ແມ່ນ: ໄດ້ໂຈ້ະເລື່ອນອອກໄປໂດຍບໍມີກຳນົດ ເນື່ອງຈາກວ່າການແຜ່ລະບາດຂອງພະຍາດໂຄວິດ19ໃນປັດຈຸບັນ ແລະ ການປະຕິບັດຕາມແຈ້ງການຂອງຂັ້ນເທິງວາງອອກ ຈິ່ງໄດ້ໂຈະເລື່ອນງານດອງດັ່ງກ່າວອອກໄປກ່ອນ. ສ່ວນການຈັດງານໃໝ່ ພວກເຮົາຈະແຈ້ງໃຫ້ບັນດາອີກຄັ້ງ.


ພວກເຮົາຕ້ອງຂໍໂທດບັນດາແຂກ,ຍາດຕິພີ່ນ້ອງ ແລະ ເພື່ອນມິດສະຫາຍ ໃນການໂຈ້ະເລື່ອນງານດອງໃນຄັ້ງນີ້ ເພື່ອຄວາມປອດໄພຂອງທຸກໆທ່ານຕາມການຊີ້ນໍາຂອງຂັ້ນເທິງຂໍຂອບໃຈກາລຸນາ ຊ່ວຍແຊຣໃຫ້ພວກເຮົາດ້ວຍ ເພື່ອໃຫ້ຮັບຮູ້ທົ່ວເຖິ່ງກັນ.ຂໍອານຸຍາດແທັກ.