

ພໍ່ເຖົ້າໄວ 78 ຕາບອດເບື້ອງໜຶ່ງ ໃຊ້ຊີວິດຄົນດຽວດ້ວຍເງິນມື້ລະ 5 ພັນກີບ ໄຮ້ລູກຫຼານເບິ່ງແຍງ.


ເປັນອີກໜຶ່ງເລື່ອງລາວ ທີ່ສ້າງຄວາມສະເທືອນໃຈໃຫ້ກັບຜູ້ພົບເຫັນອີກແລ້ວ ເມື່ອໂຊຊ້ຽວແຊເລື່ອງລາວຂອງພໍ່ເຖົ້າໄວ 78ປີ ຕາເບື້ອງໜຶ່ງເບິ່ງບໍ່ເຫັນ ໃຊ້ຊີວິດຕາມຍັດຖາກໍາ ໂດຍທີ່ບໍ່ມີລູກຫຼານເບິ່ງແຍງ.


ເລື່ອງລາວທີ່ກ່າວມາຂ້າງເທິງແມ່ນເກີດຂຶ້ນທີ່ປະເທດໄທ ແຕ່ເຫັນວ່າມັນເປັນເລື່ອງໃກ້ຕົວ ແລະ ຄວນຍົກເອົາມາເຕືອນສະຕິຄົນໃນສັງຄົມປັດຈຸບັນວ່າຄວນເຫັນຄ່າ ແລະ ຄິດເຫັນພໍ່ແມ່ ຫຼື ຜູ້ມີພະຄຸນຕໍ່ເຮົາແຮວໃດ ຢ່າປ່ອຍປະລະເລີຍເພິ່ນໃນຍາມແກ້ເຖົ້າ ເພາະພວກເພິ່ນແກ່ຕົວມາບໍ່ມີໃຜ ນອກຈາກຫວັງເພິ່ງອີງລູກຫຼາຍຂອງຕົນເອງ.


ທັ້ງນີ້ ສໍາລັບເລື່ອງລາວນີ້ ຊາວເນັດໄດ້ແຊພ້ອມບອກເລົ່າເລື່ອງລາວຂອງພໍ່ຕູ້ໄວ 78 ປີ ທີ່ກໍາລັງປ່ວຍໜັກ ຕາເບື້ອງໜຶ່ງເບິ່ງບໍ່ເຫັນ ອີກທັ້ງເຮືອນທີ່ຢູ່ກໍ່ກໍາລັງຖືກໄລ່ ກໍາລັງຈະບໍ່ມີບ່ອນຢູ່ ມີເງິນໃຊ້ພຽງມື້ລະ 20ບາດ ຫຼື 5ພັນກີບ ເທົ່ານັ້ນ, ຫຼ້າສຸດຊາວເນັດໄທ ຕ່າງກໍ່ແຊເລື່ອງລາວນີ້ ເພື່ອຕາມຫາລູກຫຼານໃຫ້ມາເບິ່ງແຍງເພິ່ນຢູ່.


ແນວໃດກໍ່ຕາມ ຂໍໃຫ້ເລື່ອງນີ້ ເປັນອຸທາຫອນ ເຕືອນລູກຫຼານທັງຫຼາຍໃຫ້ເຫັນຄຸນຄ່າຂອງບຸບພະກາລີ ລ້ຽ ງດູເພິ່ນໃນຍາມແກ່ເຖົ້າຢ່າປະຖິ້ມເພິ່ນເດັດຂາດ.


ສໍາລັບພໍ່ຕູ້ທີ່ແອັດກ່າວເຖິງໃນຂ່າວນີ້ ກໍ່ຂໍໃຫ້ພົບເຫັນລູກຫຼານໄວໆ ແລະ ກັບມາປິ່ນປົວ ເບິ່ງແຍງເພິ່ນຈົນຮອດວິນາທີສຸດທ້າຍໂດຍໄວ.