ສປປລາວ ກວດພົບກໍລະນີຕິດໂຄວິ ດ 4 ຄົນ(ສະຫວັນນະເຂດ1, ຄຳມ່ວນ2 ແລະ ບໍລິຄຳໄຊ1) ທັງໝົດແມ່ນແຮງງານລາວເດີນທາງກັບມາຈາກປະເທດໄທ

ສປປລາວ ກວດພົບກໍລະນີຕິດເຊື້ອ ອີກ 4 ຄົນ(ສະຫວັນນະເຂດ1, ຄຳມ່ວນ2 ແລະ ບໍລິຄຳໄຊ1) ທັງໝົດແມ່ນແຮງງານລາວເດີນທາງກັບມາຈາກປະເທດໄທ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ17 ເມສາ 2021 ວ່າ: ໃນວັນທີ 16 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 369 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 4 ຄົນ,  ດັ່ງຕໍ່ໄປນີ້:

ກໍລະນີຢັ້ງຢືນທີ 55:

– ເພດຍິງ, ອາຍຸ: 25 ປີ, ສັນຊາດ: ລາວ, ອາຊີບ: ແມ່ບ້ານ ເຮັດວຽກຢູ່ບາງກອກ ປະເທດໄທ.

– ຄອບຄົວ: ມີລູກສາວ ອາຍຸ 1 ປີ 10 ເດືອນ ແລະ ຜົວ (ຍັງເຮັດວຽກຢູ່ຮ້ານອາຫານຢູ່ບາງກອກ).

– ທີ່ຢູ່ປະຈຸບັນ: ເມືອງຫີນບູນ, ແຂວງຄຳມ່ວນ.ປະຫວັດການເຄື່ອນໄຫວ

ວັນທີ 14 ເມສາ 2021

– ຜູ້ກ່ຽວ ແລະ ລູກສາວ ຂື້ນລົດໂດຍສານ ຢູ່ບາງກອກ, ປະເທດໄທ, ມີຜູ້ໂດຍສານທັງໝົດ 9 ຄົນ (ລວມທັງຜູ້ກ່ຽວ ແລະ ລູກສາວ) ມາສະຖານີຂົນສົ່ງ ນະຄອນພະນົມ.

– ມາຮອດ ສປປ ລາວ ຜ່ານດ່ານ ຂົວມິດຕະພາບແຫ່ງທີ 3 (ເຂົ້າມາຖືກຕາມລະບຽບຫຼັກການ) ແລະ ຖືກຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນເມືອງທ່າແຂກ.

ວັນທີ 15 ເມສາ 2021

– ເວລາ 17:30 ໂມງ, ໄດ້ຖືກເກັບຕົວຢ່າງມາກວດ ຢູ່ໂຮງໝໍແຂວງຄຳມ່ວນ.

– ເວລາ 22:00 ໂມງ, ມີໄຂ້ ແທກອຸນຫະພູມໄດ້ 37.9 ອົງສາ ຈຶ່ງໄດ້ກິນຢາປາຣາ, ອາການດີຂຶ້ນ.

ວັນທີ 16 ເມສາ 2021

– ຜົນກວດວິເຄາະ ພົບເຊື້ອໂຄວິດ-19 .

– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວ ຢູ່ ສະຖານທີ່ປິ່ນປົວ ທີ່ທາງແຂວງກຳນົດໄວ້.

ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 4 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ກໍລະນີຢັ້ງຢືນທີ 56:

– ເພດຊາຍ, ອາຍຸ: 32 ປີ, ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງນອນ ຢູ່ແຖວວົງວຽນໃຫຍ່, ຖະໜົນຈັກກະເພັດພາອຸລັດ, ບາງກອກ, ປະເທດໄທ.

– ກ່ອນເດີນທາງເຂົ້າມາ ສປປ ລາວ ບໍ່ໄດ້ກວດຊອກຫາເຊື້ອໂຄວິດ-19.

ປະຫວັດການເຄື່ອນໄຫວ

ວັນທີ 7 ເມສາ 2021

– ອອກເດີນທາງຈາກ ບາງກອກ, ປະເທດໄທ ດ້ວຍລົດໂດຍສານຈາກສະຖານີໝໍຊິດ ເວລາ 19:00 ໂມງ, ຕະຫຼອດໄລຍະການເດີນທາງ ຜູ້ກ່ຽວໃສ່ຜ້າອັດປາກ-ດັງ ຕະຫຼອດເວລາ.

ວັນທີ 8 ເມສາ 2021

– ເດີນທາງມາຮອດ ແຂວງມຸກດາຫານ ເວລາ 5:00 ໂມງເຊົ້າ ມີຜູ້ໂດຍສານຮ່ວມເດີນທາງທັງໝົດ 32 ຄົນ.

– ຂ້າມດ່ານ ຂົວມິດຕະພາບແຫ່ງທີ 2 ແລະ ມາຮອດ ແຂວງສະຫວັນນະເຂດ ເວລາ 8:00 ໂມງເຊົ້າ (ເຂົ້າມາຖືກຕາມລະບຽບຫຼັກການ) ພ້ອມດຽວກັນ ກໍ່ຖືກສົ່ງເຂົ້າສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນໄກສອນ.

– ຜູ້ກ່ຽວຮູ້ສຶກເຈັບຫົວ ໄດ້ກິນຢາປາຣາ, ອາການດີຂຶ້ນ.

– ໄດ້ຖືກເກັບຕົວຢ່າງກວດຫາເຊື້ອ, ຜົນກວດແມ່ນ ບໍ່ພົບເຊື້ອໂຄວິດ-19.

ວັນທີ 14 ເມສາ 2021

– ເວລາ 13:45 ໂມງ ຜູ້ກ່ຽວໄດ້ຈ້າງລົດສາມລໍ້ ມາຄິວລົດສະຫວັນນະເຂດ ນັ່ງມານຳກັນ 4 ຄົນ (ລວມທັງຜູ້ກ່ຽວ), ໃນນັ້ນ 1 ຄົນ ຢູ່ເມືອງສອງຄອນ, ທີ່ເຫຼືອ ບໍ່ຮູ້ວ່າມາຈາກເມືອງໃດ.

– ຫຼານຜູ້ກ່ຽວມາຮັບ ຢູ່ຄິວລົດປາກຊ່ອງ ແລະ ມາຮອດເຮືອນ ເວລາ 17:00 ໂມງ, ຫຼັງຈາກນັ້ນ 1 ຊົ່ວໂມງຕໍ່ມາ ຜູ້ກ່ຽວຮູ້ສຶກໄຂ້ ຈຶ່ງກິນຢາປາຣາໃສ່.

– ໃນໄລຍະຢູ່ເຮືອນ ມີຄົນມາຫາ 3 ຄົນ ແລະ ໄດ້ກິນເຂົ້າຮ່ວມກັນ.

ວັນທີ 15 ເມສາ 2021

– ມີໄຂ້, ໄອ ຈຶ່ງມາກວດຢູ່ໂຮງໝໍສອງຄອນ, ຖືກແຍກປ່ຽວ ແລະ ຕິດອາການ.

ວັນທີ 16 ເມສາ 2021

– ເກັບຕົວຢ່າງກວດຊອກຫາເຊື້ອອີກຄັ້ງ, ຜົນກວດວິເຄາະ ພົບເຊື້ອໂຄວິດ-19

– ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງ ສະຫວັນນະເຂດ.

ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 8 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ກໍລະນີຢັ້ງຢືນທີ 57

– ເພດຊາຍ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດຮ້ານອາຫານ ຢູ່ເຂດລາມກຳແຫງລາດພ້າວ, ປະເທດໄທ.

– ທີ່ຢູ່ປະຈຸບັນ: ເມືອງສອງຄອນ, ແຂວງສະຫວັນນະເຂດ

– ກ່ອນເດີນທາງເຂົ້າມາ ສປປ ລາວ ບໍ່ໄດ້ກວດຊອກຫາເຊື້ອໂຄວິດ-19.

ປະຫວັດການເຄື່ອນໄຫວ

ວັນທີ 14 ເມສາ 2021

– ເວລາ 19:00 ໂມງ ເດີນທາງອອກຈາກບາງກອກ, ປະເທດໄທ ພ້ອມດ້ວຍໝູ່ 1 ຄົນ(ເປັນຄົນແຂວງສະຫວັນນະເຂດ) ດ້ວຍລົດໂດຍສານ ຢູ່ສະຖານີລົດໝໍຊິດ, ມີຜູ້ໂດຍສານຮ່ວມເດີນທາງ 28 ຄົນ.

ວັນທີ 15 ເມສາ 2021

– ມາຮອດມຸກດາຫານ ເວລາ 06:30 ໂມງເຊົ້າ ແລະ ຂ້າມດ່ານມາແຂວງສະຫວັນນະ ເຂດ (ເຂົ້າມາຖືກຕາມລະບຽບຫຼັກການ).

– ຜູ້ກ່ຽວມີໄອ, ເຈັບຄໍ ແລະ ກິນອາຫານບໍ່ຮູ້ລົດຊາດ.

– ໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຖືກສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນໄກສອນ.

ວັນທີ 16 ເມສາ 2021

– ຜົນກວດວິເຄາະ ພົບເຊື້ອໂຄວິດ-19

– ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ.

ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 20 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ. ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ກໍລະນີຢັ້ງຢືນທີ 58

– ເພດຍິງ, ອາຍຸ: 25 ປີ, ສັນຊາດ:ລາວ, ອາຊີບ: ແມ່ບ້ານ ເຮັດວຽກຢູ່ເມືອງສີລາຊາ, ແຂວງຊົນບູລີ, ປະເທດໄທ.

– ທີ່ຢູ່ປະຈຸບັນ: ເມືອງບໍລິຄັນ, ແຂວງບໍລິຄຳໄຊ.

ປະຫວັດການເຄື່ອນໄຫວ

ວັນທີ 6 ເມສາ 2021

– ຂຶ້ນຍົນຈາກສະໜາມບິນສົງຂາ ມາຫາ ສະໜາມບິນອຸດອນ.

– ຂຶ້ນລົດແທັກຊີ (ໃນລົດມີ 4 ຄົນ: ຄົນຂັບລົດ, ໝູ່ 2 ຄົນ ແລະ ຜູ້ກ່ຽວ) ມານອນຢູ່ລີສອດບຶງການ, ປະເທດໄທ.

ວັນທີ 6 – 13 ເມສາ 2021

– ພັກຢູ່ລີສອດບຶງການ, ປະເທດໄທ ວັນທີ 14 ເມສາ 2021

– ຜູ້ກ່ຽວໄດ້ໃຫ້ພີ່ນ້ອງເອົາລົດສ່ວນຕົວ ມາສົ່ງຂຶ້ນເຮືອ (ໃນລົດມີພີ່ນ້ອງ 1 ຄົນ ແລະ ຕົນເອງ).

– ເວລາ 06:00 ໂມງເຊົ້າ ຜູ້ກ່ຽວມາຂຶ້ນເຮືອຢູ່ເຂດບຶງການ ໂດຍມີຜູ້ຂັບເຮືອຈາກຝັ່ງລາວ ຂ້າມມາຮັບ ເພື່ອມາສົ່ງຢູ່ເຂດເມືອງປາກກະດິງ.

– ເວລາ 8:00 ໂມງເຊົ້າ ຜູ້ຂັບເຮືອຈອດລົດໄວ້ທ່າປາກກະດິງ ແລະ ເມຍຜູ້ຂັບເຮືອຂີ່ລົດຈັກຮັບເອົາຜູ້ຕິດເຊື້ອນ້ຳເບີ 58 ໄປພັກຢູ່ບ້ານຂອງຕົນຊົ່ວຄາວ.

ຫຼັງຈາກນັ້ນ ຜູ້ກ່ຽວ ກໍ່ໄດ້ຂຶ້ນລົດວີໂກ້ນຳເຈົ້າຂອງເຮືອ ໂດຍມີລູກເຈົ້າຂອງເຮືອ ອາຍຸ 4 ປີນັ່ງໄປນຳ ແລະ ໄດ້ໄປສົ່ງຜູ້ກ່ຽວຮອດ ເມືອງບໍລິຄັນ ເຊິ່ງມີພໍ່ຜູ້ກ່ຽວ ຂີ່ລົດຈັກມາລໍຖ້າ ແລະ ພາໄປສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້.

ວັນທີ 15 ເມສາ 2021

– ຖືກເກັບຕົວຢ່າງມາກວດຫາເຊື້ອວັນທີ 16 ເມສາ 2021

– ຜົນກວດວິເຄາະ ພົບເຊື້ອໂຄວິດ-19

– ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງບໍລິຄຳໄຊ.

ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 04 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນຍັງລໍຖ້າຜົນກວດ. ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ຂ່າວເສດຖະກິດ-ການຄ້າ ແຫຼ່ງຄວາມຮູ້ສູ່ສັງຄົມ

Related Posts

Leave a Reply

Your email address will not be published. Required fields are marked *