ເຂົ້າຕອກແຕກ ໃຊ້ຮັກສາພະຍາດອາຫິວາ,​ ຮັກສາລຳໄສ້ ແລະ ກະເພາະອາຫານ

ຕົ້ນຕອກແຕກນອກຈາກຜູກຂາຍແລ້ວ ກໍ່ຍັງມີສັບພະຄຸນທີ່ຫລາກຫລາຍ ທີ່ທ່ານຍັງບໍ່ຮູ້. ສະນັ້ນ,ມື້ນີ້ແອດຈະພາທຸກຄົນໄປອ່ານ ແລະ ຮູ້ນຳກັນ.

ຮາກ: ຕາກໃຫ້ແຫ້ງນຳມາຕົ້ມກັບວ້ານນ້ຳເລັກ, ຫຍ້າປ້ອງ, ໃບໜໍ່ຂົມ ຫຼື ລົກແຕ່ຮາກເຂົ້າຟ້າງກໍ່ໄດ້ ມາຕົ້ມກິນຮັກສາພະຍາດປະສາດ, ອາການໄອ, ຫອບ, ແກ້ອາການເຈັບກະເພາະ ແລະ ຊ່ວຍຫ້າມເລືອດ, ຮາກແຫ້ງນຳມາເຜົາໄຟຈົນ ເປັນເທົາບົດໃຫ້ລະອຽດ ແລ້ວນຳໄປ ປະສົມກັບເຫຼົ້າດື່ມຊ່ວຍເລັ່ງຄອດ.

ຮາກສົດຕົ້ມກັບນ້ຳແກ້ອາການເຈັບກະເພາະ ແລະ ເຈັບບໍລິເວນໜ້າເອິກ, ຮາກສົດນຳມາຕົ້ມກັບ ນ້ຳຕານຊາຍແດງ ຊ່ວຍບັນເທົາອາການຕົກເລືອດຫຼັງຄອດລູກ. ຮາກແຫ້ງ-ສົດໃຊ້ເປັນຢາຂັບປັດສະວະ.

ແກ່ນ: ນຳມາຕົ້ມນ້ຳກິນເປັນຢາບຳລຸງ, ໃຫ້ພະລັງງານແກ່ຮ່າງກາຍ, ໃຊ້ຮັກສາພະຍາດອາຫິວາ, ທ້ອງບິດ, ຮັກສາລຳໄສ້ ແລະ ກະເພາະອາຫານ. ນຳມາຂົ້ວກັບແກ່ນພຸດທາ ຫຼັງຈາກນັ້ນນຳມາບົດໃຫ້ລະອຽດແລ້ວນຳມາປະສົມກັບ ນ້ຳອຸນຊ່ວຍຮັກສາ ລະບົບຍ່ອຍອາຫານຜິດປົກກະຕິ ແລະ ໃຊ້ເປັນຢາຂັບປັດສະວະ

ນອກຈາກນີ້ແລ້ວປະຊາຊົນຍັງນິຍົມປູກຕົ້ນຕອກແຕກຂາຍເປັນສິນຄ້າ.

ລັກສະນະຂອງຕົ້ນຕອກແຕກ: ເຂົ້າຟ່າງເປັນພືດລົ້ມລຸກ. ລຳຕົ້ນຕັ້ງຊື່, ມີຂໍ້, ສູງ 5-7 ຊມ, ມີເສັ້ັນຜ່າສູນກາງ 0,5-3 ຊມ, ສີຂຽວເຂັ້ມ. ໜຶ່ງຕົ້ນຈະມີໃບປະມານ 7-24 ໃບ, ເຊິ່ງມີກາບໃບຫໍ່ຫຸ້ມລຳຕົ້ນໄວ້ ແລະ ມີໄຂສີຂາວຕາມສ່ວນຂອງກ້ານໃບ, ຍາວ 15-35 ຊມ. ໃບດ່ຽວ ອອກຕາມຂໍ້ລຳຕົ້ນ, ຈັບຮຽງສະຫຼັບ, ຮູບແຖບ, ຂອບລຽບ, ປາຍຍາວເປັນຫາງ, ກ້ວາງ 1,5-13 ຊມ, ຍາວ 30-135 ຊມ,

ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງກ້ຽງ, ຜິວໃບດ້ານລຸ່ມມີຂົນສາກຊາ. ຊໍ່ດອກແບບຮວງເຂົ້າ, ອອກຕາມປາຍຍອດ, 1 ຊໍ່ດອກມີຫຼາຍດອກຍ່ອຍ, ສີແດງ. ດອກສົມບູນເພດ, ເຕົ້າໄຂ 1 ຫ້ອງມີ 1 ເມັດໄຂ່. ແກ່ນຮູບໄຂ່, ສີແດງ.

ທີ່ມາ: ພາເຂົ້າລາວ

Related Posts

Leave a Reply

Your email address will not be published. Required fields are marked *