ພຽງມື້ດຽວຕິດເຊື້ອກວ່າ2ແສນຄົນ

ພຽງມື້ດຽວຕິດເຊື້ອກວ່າ2ແສນຄົນ.

ສໍານັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 17.04.2021 ວ່າ ປະເທດອິນເດຍ ພົບການລະບາດ ໃນຮອບ 24 ຊມ ໂດຍຫຼ້າສຸດ ຢືນຢັນ ກວດພົບຜູ້ຕິດເຊື້ອໂຄວິດໃໝ່ 234.629 ຄົນ ຊຶ່ງຖືເປັນສະຖິຕິ ຕໍ່ມື້ສູງສຸດ ນັບຕັ້ງແຕ່ ມີການລະບາດ ເປັນຕົ້ນມາ. ມີຍອດຜູ້ເສຍຊີວິດ.

ຕໍ່ມື້ສູງເຖິງ 1.341 ຄົນ ແລະ ເປັນສະຖິຕິສູງສຸດ ໃນຕົ້ນປີນີ້. ສ່ວນງານພິທີ ຕາມຄວາມເຊື່ອຖືທາງສາດສະໜາ ຮິນດູ ໂດຍການໂຮມໂຕກັນ

ອາບນໍ້າ ຢູ່ແມ່ນໍ້າຄົງຄາ ເພື່ອຊໍາລະ ລ້າງບາບ ແມ່ນໃຫ້ໂຈະການຮ່ວມໂຕ ກັນຫຼາຍໆກ່ອນ ຈົນກ່ວາສະຖານະການ ພາຍໃນປະເທດ ຈະດີຂຶ້ນ.ທີ່ມາ: Reuters.

Related Posts

Leave a Reply

Your email address will not be published. Required fields are marked *