ດື່ມເບຍທຸກມື້ປະຈຳ ຊ່ອຍໃຫ້ ສະຫຼາດ, ອາຍຸຍືນ, ຜອມລົງ, ສູ້ມະເຮັງ, ເບຍອຸດົມໄປປດ້ວຍວິຕາມິນການດື່ມເບຍ ເປັນການສ້າງສັນໃນແວດວົງສັງຄົມປັດຈຸບັນຖືວ່າກວ້າງກວາງ ເຖີງບາງຄົນເວົ້າໄດ້ວ່າ.

ຍ້ອນເປັນຄົນມັກດື່ມຈື່ງມີໝູ່ຄູ່ຫຼາຍ ແລະ ບາງຄົນເວົ້າວ່າ ເບຍເປັນສິ່ງບໍ່ດີ ເມື່ອຍດື່ມຫຼາຍເກີນໄປແຕ່ແນວໃດກໍຕາມຄົນເຮົາມັກຕ່າງຄວາມຄິດສະເໝີ ແລະ ເປັນຍ້ອນສຸຂະພາບແຂງແຮງບໍ່ຄືກັນ ພູມຕ້ານທານໃນຮ່າງກາຍຕ່າງກັນ.
ດັ່ງນັ້ນເຮົາມາເບີ່ງວ່າ ຈາກການວິໄຈຂອງຕ່າງປະເທດ ເບຍມີປະໂຫຍດຕໍ່ຮ່າງກາຍຢ່າງຫຼວງຫຼາຍທີ່ທ່ານອາດບໍ່ເຄີຍຄິດມາກ່ອນ ຄິດແຕ່ວ່າມີແຕ່ຜົນເສຍຢ່າງດຽວ ມາເບີ່ງດັ່ງນີ້ :

+ ເບຍອຸດົມໄປດ້ວຍວິຕາມິນ : ດຣ. Stephan Domenig ຜູ້ອຳໜ່ວຍການແພດ Mayr Health Centre ເຜີຍວ່າເຮົາໄດ້ວິເຄາະສ່ວນປະກອບຂອງເບຍມາແລ້ວ ສານອາຫານໃນເບຍນັ້ນມີຫຼາຍກວ່ານ້ຳໝາກໄມ້ອີກ.
+ ເບຍເຮັດໃຫ້ກະດູກເຮົາແຂງແຮງ : ດື່ມເບຍ 2-3 ແກ້ວຕໍ່ວັນ ເຮັດໃຫ້ກະດູກຜູ້ດື່ມເບຍນັ້ນແຂງແຮງຂື້ນ ເພາະເບຍນັ້ນອຸດົມໄປດ້ວຍຊິລິກອນອາຫານໃນການສ້າງຄວາມໜາແໜ້ນໃນກະດູກ ຂໍ້ມູນນີ້ໄດ້ເປີດເຜີຍ ໂດຍວາລະສານວິທະຍາສາດຂອງອາຫານການກະເສດ.

+ ເບຍທີ່ເຮັດຈາກຮອປຊ່ວຍປ້ອງກັນໂລກຄວາມຈຳເສື່ອມ ເຖີງວ່າເບຍເມື່ອດື່ມແລ້ວເມົາຫຼາຍຈົນບໍ່ຈື່ວ່າຄຶນນີ້ໄດ້ເຮັດຫຍັງລົງໄປແນ່ ແຕ່ມັນຊ່ວຍປ້ອງກັນໂລກຄວາມຈຳເສື່ອມໄດ້ແທ້ ຈາກການສືກສາ ພົບວ່າສານ Xanthohumol ທີ່ຢູ່ໃນຮອປ ຊ່ວຍປົກປ້ອງສະໝອງ ຈາກໂລກຄວາມຈຳເຊື່ອມໄດ້.
+ ເບຍມີແຄລໍລີນ້ອຍກວ່າທີ່ຄິດ ກິນເນສສ໌ເປີດເຜີຍຂໍ້ມູນຄ່າສະເລ່ຍທີ່ວ່າເບຍດຳນັ້ນ ວັດກັນຈິງແລ້ວມີຄ່າແຄລໍລີຕ່ຳກວ່ານົມ ໄຂມັນຕ່ຳ ແລະ ນ້ຳໝາກໄມ້ອີກດ້ວຍ.

+ ເບຍຈະຊ່ວຍໃນການຢັບຢັ້ງການເປັນນີ້ວໃນໄຕ່ ວາລະສານຄລີນິກຂອງ ສັງຄົມອະເມລິກາຂອງໂລກໄຕ່ ເຜີຍວ່າຄົນທີ່ດື່ມເບຍປະຈຳທຸກມື້ ຮ້ອຍລະ 41% ມີໂອກາດນ້ອຍຫຼາຍທີ່ຈະເປັນນີ້ວໃນໄຕ.
+ ເບຍບໍ່ເຮັດໃຫ້ພຸງລົງ ການສືກສາຂອງ UCL ໄດ້ພົບວ່າຄົນທີ່ດື່ມເບຍທຸກມື້ເປັນປະຈຳ ມີແນວໂນ້ມທີ່ຈະມີຮູບຮ່າງສົມສ່ວນ ຫຼາຍກວ່າຄົນທີ່ບໍ່ໄດ້ດື່ມເບຍ.

+ ການດື່ມເບຍຈະເຮັດໃຫ້ສະຫຼາດຂື້ນ ການສືກສາໃນວາລະສານແພດ ຂອງທາງ New England ພົບວ່າການດື່ມເບຍທຸກໆມື້ ບໍ່ຄ່ອຍພົບກັບບັນຫາສະຫຼາດຫຼຸດລົງຕອນອາຍຸຫຼາຍຂື້ນ
+ ການດື່ມເບຍຈະຊ່ວຍສູ້ກັບມະເຮັງ : ສ່ວນປະສົມໃນເບຍຢ່າງ Xanthohumol ທີ່ມັກພົບໃນຮອປ ຊ່ວຍຢັ້ງຢັ້ນເອນໄຊທີ່ກໍ່ໃຫ້ເກີດມະເຮັງໄດ້.

+ ການດື່ມເບຍຈະເຮັດໃຫ້ຜອມລົງ : ຖ້າເຮົາດື່ມເບຍທີ່ມີພະລັງງານສູງໆ ຈະເຮັດໃຫ້ຜອມລົງໄດ້ແທ້
ໜັງສື The Diet Myth ຂອງ ສຈ. Tim spector ມະຫາວິທະຍາໄລ King S College London ໄດ້ກ່າວ່າ ການດື່ມເບຍບໍ່ໄດ້ເຮັດໃຫ້ອ້ວນ ເບຍບາງປະເພດສົ່ງຜົນດີຕໍ່ເເບັກທີເລຍໃນລຳໄສ້ ຈະຊ່ວຍຍ່ອຍອາຫານໄດ້ດີກວ່າເກົ່າອີກ.+ ການດື່ມເບຍຈະເຮັດໃຫ້ອາຍຸຍືນ.

ນັກວິໄຈ ຂອງເວີຈິເນຍ ເທກ ( viginia Tech ) ໄດ້ຄົ້ນພົບວ່າຄົນທີ່ດື່ມເປັນປະຈຳທຸກມື້ 19% ອາຍຸຈະຍືນກວ່າຄົນທີ່ບໍ່ໄດ້ດື່ມເບຍອີກ.