ຂ່າວດ່ວນ

ເຈົ້າຫນ້າທີ່ເຮັດແທ້! ກວດສອບຮ້ານ ເຍົາວະຣາດ 2 ລະເມີດມາດຕະການໂຄວິດ-19 ພົບວ່າບໍ່ມີໃບອະນຸຍາດດຳເນີນທຸລະກິດ

ສະນັ້ນເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດກາເອກະສານນຳເຈົ້າຂອງຮ້ານຊື່ ທ້າວ ທັດສອນ ສຸດດາຣານິ ເຫັນວ່າບໍ່ມີໃບອະນຸຍາດດຳເນີນທຸລະກິດ ຈຶ່ງສ້າງບົດບັນທຶກກ່າວເຕື່ອນ ແລະ ໃຫ້ປິດບໍລິການຈົນຮອດວັນທີ 30 ເມສາ 2021 ຈົນກວ່າຈະມີຄຳສັ່ງ, ແຈ້ງການໃຫ້ສາມາດເປີດບໍລິການໄດ້ ພ້ອມທັງແນະນຳໃຫ້ໄປຂໍໃບອະນຸຍາດດຳເນີນທຸລະກິດຈາກພາກ ສ່ວນທີ່ກ່ຽວຂ້ອງກ່ອນຈຶ່ງສາມາດເປີດໃຫ້ບໍລິການໄດ້.

ໃນວັນທີ 17 ເມສາ 2021 ເວລາ 21ໂມງ 55ນາທີ ເຈົ້າໜ້າທີ່ພະແນກຕຳຫຼວດທ່ອງທ່ຽວ ສົມທົບກັບກອງພັນປ້ອງກັນເຄື່ອນທີ່, ປກສ ເມືອງສີສັດຕະນາກ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາລາດຕະເວນພົບເຫັນ ຮ້ານອາຫານ ເຍົາວະຣາດ 2 ຕັ້ງຢູ່ທາງຕັດໃໝ່ ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນວ ໄດ້ເປີດໃຫ້ບໍລິການທີ່ຂັດກັບຄຳແນະນຳເພີ່ມເຕີມ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ເລກທີ 3443/ສພກ ລົງວັນທີ 12 ເມສາ 2021 ແລະ ລະເມີດຕໍ່ແຈ້ງການ ເລກທີ 0483/ຖວທ.ນວ

ຕໍ່ກັບບັນຫາດັ່ງກ່າວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດ, ຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດກາເຟຕ່າງໆ ໃຫ້ປິດສະຖານທີ່ໃຫ້ບໍລິການຂອງຕົນ ເພື່ອປ້ອງກັນສະກັດກັ້ນບໍ່ໃຫ້ພະຍາດໂຄວິດ-19 ມີການແຜ່ລະບາດໃນປະເທດເຮົາ ກໍ່ຄືຢູ່ນະຄອນຫຼວງວຽງຈັນ ແລະ ຕໍ່ກັບຜູ້ລະເມີດຖ້າກວດພົບແມ່ນໃຫ້ເຮັດບົດບັນທຶກກ່າວເຕືອນ, ຖ້າຍັງສືບຕໍ່ແມ່ນໃຫ້ຢຶດໂຈະໃບທະບຽນ, ປິດກິດຈະການ.

ພ້ອມທັງປັບໃໝຕາມບຽບການ ແລະ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນຈົ່ງຊ່ວຍກັນເປັນຫູເປັນຕາ ຖ້າພົບເຫັນວ່າສະຖານທີ່ໃດຫາກມີການລະເມີດຕາມໜັງສືແຈ້ງການ, ແລະ ມີການຊຸມນຸມທີ່ເປັນຄວາມສ່ຽງໃນການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ວັນທີ 13-30 ເມສາ 2021 ໃຫ້ແຈ້ງເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button