ຄົນເກີດວັນອາທິດ
ການງານ ໃຫ້ໂຟກັດໃນທຸລະກິດທີ່ຜົນຕອບຮັບຈະຢູ່ໃນເກນທີ່ດີ ມີໂອກາດກ້າວໜ້າໃນໜ້າທີ່ການງານ
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫຼອດ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ດີພໍ
ຄວາມຮັກ ຄົນຮັກເອົາໃຈຍາກເປັນພິເສດໃນໄລຍະນີ້ ບໍ່ຄ່ອຍມີເຫດຜົນ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 8
ຄົນເກີດວັນຈັນ
ການງານ ປະສົບຄວາມສຳເລັດໃນເລື່ອງງານດີຂຶ້ນ ຊື່ສຽງຈະຖືກເວົ້າເຖິງໃນທາງທີ່ດີ ເປັນວັນທີເໝາະແກ່ການເລີ່ມຕົ້ນເຮັດທຸລະກິດ
ການເງິນ ມີເລື່ອງທີ່ຕ້ອງໃຊ້ຈ່າຍອອກໄປຕະຫຼອດ ໄລຍະນີ້ບໍ່ສາມາດຄວບຄຸມລາຍຈ່າຍໄດ້ເລີຍ
ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຄວາມຮັກ ມີໂອກາດພົບຮັກແບບບໍ່ທັນຕັ້ງຕົວກໍເປັນໄປໄດ້ໃນໄລຍະນີ້
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 9
ຄົນເກີດວັນອັງຄານ
ການງານ ຈະເຮັດທຸລະກິດການງານໃດໆ ໄລຍະນີ້ເມື່ອຍ ຕ້ອງກັບມາເບິ່ງແຍງໃນເລື່ອງສຸຂະພາບຂອງຕົນເອງຫຼາຍໆ ບໍ່ເຊັ່ນນັ້ນຈະເຈັບປ່ວຍເພາະການເຮັດວຽກງານໜັກເກີນໄປ
ການເງິນ ຢູ່ໃນເກນຊົງຕົວ ມີເລື່ອງກັງວົນແຕ່ກໍສາມາດໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ສະເໝີ
ຄວາມຮັກ ຍັງບໍ່ລົງຕົວໃນເລື່ອງຂອງຄວາມສຳພັນດ້ານຄວາມຮັກ ເພາະໄລຍະທາງມີຜົນຕໍ່ຄວາມສຳພັນ ຈຶ່ງຍັງແບ່ງເວລາໃຫ້ກັນໄດ້ບໍ່ລົງຕົວ
ເຄື່ອງມຸງຄຸນ ສາຍແຂນຄໍາ
ສີມຸງຄຸນ ສີແດງ
ເລກນຳໂຊກ 1
ຄົນເກີດວັນພຸດ
ການງານ ດ້ວຍຄວາມພະຍາຍາມຈະສາມາດສ້າງຜົນງານໄດ້ດີຂຶ້ນຢ່າງຕໍ່ເນື່ອງ
ການເງິນ ໃນໄລຍະນີ້ມີເກນວ່າທ່ານຈະໂຊກດີ ໄດ້ເງິນເຂົ້າມາເພີ່ມຂຶ້ນ
ຄວາມຮັກ ໄລຍະທາງຍັງເປັນອຸປະສັກຕໍ່ຄວາມສຳພັນໃນໄລຍະນີ້
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີບົວ
ເລກນຳໂຊກ 2
ຄົນເກີດວັນພະຫັດ
ການງານ ຄວາມຂະຫຍັນຈະນຳພາໂອກາດ ແລະ ຄວາມສຳເລັດທີ່ດີມາສູ່ຕົນ
ການເງິນ ແມ່ນມີຄວາມກັງວົນໃຈເລື່ອງເງິນ ແຕ່ກໍຈະມີໂຊກໄດ້ເງິນເຂົ້າມາ
ຄວາມຮັກ ໄລຍະນີ້ຈະສັງເກດວ່າຕົນເອງນັ້ນມີສະເນ່ ແຕ່ກໍບໍ່ຄ່ອຍມີເວລາໄປທຸ້ມເທດ້ານຄວາມຮັກ ເພາະພາລະກິດອື່ນໆ ຍັງມີຫຼາຍ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີດໍາ
ເລກນຳໂຊກ 5
ຄົນເກີດວັນສຸກ
ການງານ ໃຊ້ຄວາມຂະຫຍັນກໍຈະບໍ່ຍ້ານໃນວຽກງານ ແຕ່ກໍຕ້ອງລະວັງໃນເລື່ອງຂອງສຸຂະພາບ
ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໃນໄລຍະນີ້ຢ່າງເປັນໂຊກດີ
ຄວາມຮັກ ໃຫ້ຄວາມສຳຄັນຫຼາຍເປັນພິເສດ ແຕ່ກໍຍັງບໍ່ລົງຕົວໃນເລື່ອງຂອງຄວາມສຳພັນ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 6
ຄົນເກີດວັນເສົາ
ການງານ ມີການປັບປ່ຽນບາງຢ່າງໃນເລື່ອງຂອງລະບົບການເຮັດວຽກງານ ກໍ່ໃຫ້ເກີດປະສິດທິພາບດີຂຶ້ນ ແລະ ແກ້ບັນຫາສະເພາະໜ້າຕ່າງໆ ໃຫ້ຜ່ານພົ້ນໄປໄດ້
ການເງິນ ໃຊ້ຄວາມສາມາດໃນການຕິດຕໍ່ເຈລະຈາ ເຮັດໃຫ້ໄດ້ຜົນປະໂຫຍດທາງດ້ານການເງິນ
ຄວາມຮັກ ຈະພົບຮັກ ພົບຄົນທີ່ຖືກໃຈ ອາດເປັນຄົນທີ່ຢູ່ໃນເກນທີ່ທ່ານມັກກໍເປັນໄປໄດ້
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີແດງ
ເລກນຳໂຊກ 1