ແຊຣບໍ່ເສຍຫາຍ.!“ເຄືອເຂົາຮໍ” ລົດຊາຂົມໆ ແຕ່ມີສັບພະຄຸນທາງຢ າຢ່າງຫຼວງຫຼາຍ ຈົນຄາດບໍ່ເຖິງ.


ເຄືອເຂົາຮໍ ສະໝຸນໄພທີ່ມີສັບພະຄຸນໃນການປິ່ນປົວພະຍາດຕ່າງໆ ຢູ່ຄູ່ກັບຄົນລາວມາດົນແລ້ວ ໃນປະຈຸບັນໄດ້ມີການນຳເອົາເຄືອເຂົາຮໍມາເຮັດໃນຮູບອາຫານເສີມລັກສະນະເມັດອອກມາ.


– ໃຊ້ແກ້ໄຂ້ທຸກຊະນິດ, ແກ້ຮ້ອນໃນ, ຊ່ວຍຈະເລີນອາຫານ, ບຳຣຸງໄຟທາດ, ປິ່ນປົວພະຍາດກະເພາະ,ບຳຣຸງຮ່າງກາຍ ຫລຸດນ້ຳຕານໃນເລືອດ ແລະ ເປັນຢາອາຍຸວັດທະນະ


– ມີລິດຕ້ານອະນຸມູນອິດສະຫລະ ແລະ ລິດຕ້ານ AChE ຊຶ່ງເປັນສາເຫດຂອງພະຍາດສະຫມອງເສື່ອມ ດັ່ງນັ້ນ ເຄືອເຂົາຮໍຈຶ່ງຊ່ວຍປ້ອງກັນຄວາມແກ່ຊະລາຂອງເຊລຕ່າງໆ ໃນຮ່າງກາຍໄດ້.


– ຄວບຄຸມເບົາຫວານ ສາມາດຫລຸດນ້ຳຕານໃນເລືອດ ເຄືອເຂົາຮໍຈະໄປເບິ່ງແຍງຕັບໃຫ້ເຮັດຫນ້າທີ່ຕາມປົກກະຕິ ຈາກການທົດລອງ ພົບວ່າຊ່ວຍກະຕຸ້ນການຫຼັ່ງຂອງອິນຊູລິນ.


– ມີສານເອັນທຣານສ໌ເຟຣູໂລອິນໄທຣາມີນ ຊຶ່ງຈະມີສັບພະຄຸນຊ່ວຍໃນການລະງັບຄວາມຮ້ອນ.


– ເປັນຢາບຳຣຸງທາດ ແລະ ລະບົບໄຫຼວຽນເລືອດ ເຮັດໃຫ້ຜິວເປັ່ງປັ່ງ.


– ສາມາດຄວບຄຸມນ້ຳໜັກໄດ້ດີ– ຮັກສາສິວ ສາມາດຢັບຢັ້ງການຈະເລີນເຕີບໂຕຂອງແບັດທີເຣຍ


– ສານສະກັດຈາກເຄືອເຂົາຮໍ ຊ່ວຍເບິ່ງແຍງໜັງຫົວ ແລະ ບຳຣຸງໃຫ້ຜົມດົກດຳ ບັນຫາຜົມແຕກປາຍຄຳເຕືອນ: ບໍ່ຄວນຮັບປະທານໃນປະລິມານຫລາຍ ແລະ ຕິດຕໍ່ກັນເປັນເວລາດົນ ອາດເຮັດໃຫ້ເກີດຄວາມຜິດປົກກະຕິຂອງຕັບໄດ້ ຜູ້ຍິງຖືພາ ແລະ ໃຫ້ນົມລູກ ບໍ່ຄວນໃຊ້.