ຂ່າວດ່ວນ
ຂໍ1ໄລ1ແຊ ຂໍຄວາມຊ່ວຍເຫືຼອສຳລັບໃຜທີ່ມີຈິດໃຈສັດທາສາມາດຮ່ວມສົມທົບບໍລິຈາກໄດ້ໄດ້


ສະບາຍດີທຸກຄົນ, ຂໍສະລະເວລາທຸກຄົນອ່ານຈັກ 1 ນາທີ.


ໃນວັນອາທິດທີ 18/04/2021 ທີ່ຜ່ານມາ ມີເດັກຊາຍຊື່– ທ້າວ ພອນສະຫວັນ ພະໂຄຕະມະ (ອານັດ) ອາຍຸ 7ປີ ເປັນນ້ອງຊາຍຄີງໆຂອງນາງ ທິບພະສອນ ພະໂຄຕະມະ (ປຸກກີ້) 🤍ຫມູ່ຂອງຂ້າພະເຈົ້າ ໄດ້ເກີດເຫດຈົມນ້ຳ ຢູ່ບ້ານນ້ຳສະນາມ, ເມືອງຄູນຄຳ, ເເຂວງ ຄຳມ່ວນ ໃນເວລາ 12ໂມງສວາຍ


– ຈົນຮອດປະຈຸບັນນີ້ຍັງຊອກບໍ່ເຫັນ. ໃນຕອນນີ້ທາງຄອບຄົວບໍ່ມີງົບປະມານພຽງພໍໃນການຫານັກດຳນໍ້າ ແລະ ເຄື່ອງມືໃນການດຳນໍ້າເພື່ອຊອກຫານ້ອງ.


ຈຶ່ງຢາກຂໍຄວາມຊ່ວຍເຫລືອຈາກທຸກທ່ານທີ່ມີຈິດໃຈສັດທາໃນການລະດົມທຶນເປັນຄ່າໃຊ້ຈ່າຍ ບໍ່ວ່າຈະເປັນ ຄ່າເດີນທາງ, ຄ່າຢູ່ຄ່າກິນ ຂອງຫນ່ວຍກູ້ໄພ ແລະ ຫນ່ວຍດຳນໍ້າເພື່ອຊ່ວຍຄົ້ນຫາສົບນ້ອງ ອານັດ ໃຫ້ເຫັນເພື່ອໃຫ້ຄອບຄົວເພີ່ນສາມາດນຳສົບໄປເຮັດພິທີທາງສາດສະຫນາຕໍ່ໄປ


ສຳລັບໃຜທີ່ມີຈິດໃຈສັດທາສາມາດຮ່ວມສົມທົບບໍລິຈາກໄດ້ໄດ້