ມັນດີແບບນີ້ເອງ…!!! 5 ເຫດຜົນ ທີ່ຕ້ອງກິນ “ຜັກຫົມ” ຊ່ວຍຫຼຸດໄຂມັນແລະບຳລຸງເລືອດໄດ້ດີ.


ຜັກຫົມ ເປັນສຸດຍອດຂອງຜັກ ເພາະອຸດົມໄປດ້ວຍສານອາຫານ, ວິຕາມິນ ແລະ ແຮ່ທາດຫຼາຍຊະນິດ ລອງມາເບິ່ງ 5 ເຫດຜົນງ່າຍໆທີ່ເຮົາຕ້ອງກິນຜັກຫົມ.


1. ເດັກນ້ອຍກິນໄດ້ຜູ້ໃຫຍ່ກິນດີ: ແມ່ມານກິນແລ້ວຍິ່ງດີ ເອີ້ນວ່າເປັນເມນູເພື່ອສຸຂະພາບປະຈຳເຮືອນກໍວ່າໄດ້.


2. ລາຄາຖືກ: ບາງເຮືອນອາດບໍ່ຕ້ອງໄປຊອກຊື້ເພາະປູກເອງໄດ້, ປູກຂຶ້ນງ່າຍ, ເຮັດໃຫ້ເຮົາມີເງິນເຫຼືອຈາກຄ່າອາຫານ ເກັບທ້ອນໄວ້ທຸກມື້.


3. ກິນງ່າຍບໍ່ໄດ້ຂົມຢ່າງທີ່ຄິດ: ເພາະສາມາດນຳມາເຮັດເປັນເມນູຕ່າງໆໄດ້ຫຼາຍເມນູ.
4. ໄດ້ປະໂຫຍດຫຼາຍກວ່າຄວາມແຊບ: ສຳລັບຄົນທີ່ຮັກສຸຂະພາບ, ຮັກຄວາມງາມ ຜັກຫົມກໍສາມາດຊ່ວຍທ່ານໄດ້ ໂດຍສະເພາະການບຳລຸງຮັກສາສະໝອງ, ສາຍຕາ, ຜິວພັນ, ຫົວໃຈ, ກະດູກ ແລະ ແຂ້ວ.


5. ຊ່ວຍຫຼຸດການເກີດພະຍາດມະເຮັງ: ບໍ່ວ່າຈະເປັນມະເຮັງເຕົ້ານົມ, ມະເຮັງປອດ, ມະເຮັງຮັງໄຂ່, ພະຍາດອາວໄຊເມີ້, ຄວາມດັນເລືອດ, ພະຍາດຫົວໃຈ ແລະ ຊ່ວຍຂັບສານພິດໃນຮ່າງກາຍໄດ້.


+ ສັບພະຄຸນ ແລະ ປະໂຫຍດຂອງຜັກຫົມ
– ຄຸນຄ່າທາງອາຫານຂອງຜັກຫົມ : ຄຸນຄ່າທາງອາຫານຂອງຜັກຫົມ ຂະໜາດ 100 ກຼາມ ພົບວ່າໃຫ້ພະລັງງານ 23 ກິໂລແຄໂລລີ່ ຜັກຫົມມີສານອາຫານສຳຄັນ ເຊັ່ນ:


ໄຂມັນ 4% ໂຊດຽມ 3 % ໂພແທສຊຽມ 558 ມິນລີກຼາມ ຄາຣໂບໄຮເດຣດທັງໝົດ 3,6 ກຼາມ ກາກໄຍອາຫານ 2,2 ກຼາມ ນຳ້ຕານ 0,4 ກຼາມ ໂປຕີນ 2,9 ກຼາມ ວິຕາມິນເອ1 88% ວິຕາມິນຊີ 47% ແຄລຊຽມ 10% ທາດເຫຼັກ 15% ວິຕາມິນບີ6 10% ແມັກນີຊ້ຽມ 20% ໄທອາມີຍ 5% ໄຣໂບພລາວິນ 11% ໄນອາຊິນ 4% ວິຕາມິນອີ 7% ວິຕາມິນເຄ 4% ຊິງ 4% ຟອສຟໍຣັສ 5%


– ສັບພະຄຸນຂອງຜັກຫົມ : ສະໝຸນໄພ ຜັກຫົມ ມີສັບພະຄຸນຊ່ວຍຫຼຸດຄໍເຣສຕໍຣໍ ເຮັດໃຫ້ໄຂມັນໃນເລືອດຫຼຸດລົງ ບຳລຸງເລືອດເປັນຢ່າງດີ ຊ່ວຍກຳຈັດສານພິດໃນຮ່າງກາຍ ຊະລໍການເສື່ອມສະພາບຂອງເຊລຕ່າງໆ ສານຕ້ານອານຸມູນອິດສະຫຼະ ຊ່ວຍປ້ອງກັນການເກີດມະເຮັງໄດ້.


ໂດຍສະເພາະ ມະເຮັງປອດ ແລະ ມະເຮັງເຕົ້ານົມ ຊ່ວຍບໍາລຸງສາຍຕາ ຊ່ວຍບຳລຸງຜິວ ແລະ ຮັກສາເລືອດອອກຕາມເຟັນແຂ້ວ ຊ່ວຍເລື່ອງການຂັບຖ່າຍ ຫຼຸດການເກີດມະເຮັງໃນກະເພາະອາຫານ.


– ໂທດຂອງຜັກຫົມ : ຜັກຫົມເຮັດໃຫ້ຮ່າງກາຍມີກົດອອກຊາລິກສູງ ອາດຈະເປັນສາເຫດການຫນິ້ວໃນກະເພາະປັດສະວະ ການບໍລິໂພກຜັກຫົມຕ້ອງຢູ່ໃນປະລິມານທີ່ເໝາະສົມ
2021 ຂ່າວລາວ