🔥🔥ເປີດລາຍຊື່ສະຖານທີ່ຜູ້ຕິດເຊື້ອໂຄວິດໃໝ່ +26 ຄົນ ແລະ 2 ຄົນຢູ່ຈຳປາສັກ
ໃນວັນທີ 21 ເມສາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວສະຖານະການໂຄວິດພາຍໃນ ສປປ ລາວ ວ່າ: ໃນວັນທີ 20 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະຫາຜູ້ຕິດເຊື້ອໂຄວິດ-19 ທັງໝົດ 656 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ, ໃນນັ້ນ ມີຜູ້ຕິດເຊ້ືອຈາກ ນະຄອນຫລວງວຽງຈັນ 26 ຄົນ ແລະ ແຂວງຈຳປາສັກ 2 ຄົນ ໂດຍມີລາຍລະອຽດດັ່ງລຸ່ມນີ້.

1. ຮ້ານນວດ 1111 ມີຜູ້ຕິດເຊື້ອ 03 ຄົນ, ເພດຍິງ: 2 ຄົນ;
2. ຮ້ານ Diamond Karaoke ມີຜູ້ຕິດເຊື້ອ 02 ຄົນ, ເພດຍິງ: 0 ຄົນ;
3. ຮ້ານ Marina Night Club ມີຜູ້ຕິດເຊື້ອ 03 ຄົນ, ເພດຍິງ: 3 ຄົນ;
4. ຮ້ານອາຫານ Funny89 ແລະ ຮ້ານເຂົ້າປຽກໄກ່ຜູ້ໂອກ ມີຜູ້ຕິດເຊື້ອ 02 ຄົນ, ເພດຍິງ: 1 ຄົນ;
5. ຮ້ານ Bar and Karaoke 8118 ມີຜູ້ຕິດເຊື້ອ 01 ຄົນ, ເພດຍິງ: 0 ຄົນ;
6. ກິນເຫຼົ້າຊຸມແຊວຢູ່ສະຖານທີຕ່າງໆ (ອູ່ລົດໂພນຕ້ອງ, ຊຸມແຊວບ້ານໂພນທັນ, ບ້ານໜອງທາໃຕ້, ບ້ານສີໄຄ, ບ້ານໜອງພະຍາ ແລະ ບ້ານສະພານທອງໃຕ້) ມີຜູ້ຕິດເຊື້ອ 15 ຄົນ.

ພ້ອມດຽວກັນນີ້, ຍັງມີຜູ້ຕິດເຊ້ືອຈາກ ແຂວງຈຳປາສັກ ຈໍານວນ 02 ຄົນ ແມ່ນແຮງງານລາວທີ່ກັບມາຈາກປະເທດໄທ ຖືກຕາມລະບຽບຫຼັກການ ແລະ ໄດ້ເຂົ້າຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດແຂວງກຳນົດໄວ້ ກ່ອນຖືກເກັບຕົວຢ່າງກວດ ເຊິ່ງປັດຈຸບັນ ຜູ້ຕິດເຊື້ອທັງ 28 ຄົນ ໄດ້ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ໂຮງໝໍແຂວງຈຳປາສັກ ແລະ ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປັດຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 149,401 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 88 ຄົນ. ປັດຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 39 ຄົນ (ໃໝ່ 28), ໃນນັ້ນ:
– ຢູ່ນະຄອນຫຼວງວຽງຈັນ 31 ຄົນ (ໂຮງໝໍມິດຕະພາບ)
– ແຂວງຈໍປາສັກ 3 ຄົນ
– ສາລະວັນ 1 ຄົນ
– ສະຫວັນນະເຂດ 2 ຄົນ
– ຄໍາມ່ວນ 1 ຄົນ
– ແຂວງບໍລິຄໍາໄຊ 1 ຄົນ (ສູນປິ່ນປົວຫຼັກ 6) ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.