ຂ່າວດ່ວນ

ດ່ວນ ອອກມາແລ້ວ ຄໍາສັ່ງ ຈາກລັດຖະມົນຕີ ກະຊວງສຶກສາ ໃຫ້ພັກຊົ່ວຄາວ ສະຖານທີ່ການ.

ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດ ອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (ໂຄວິດ-19) ໃນສໍານັກງານ, ສະຖາບັນ, ສໍານັກພິມ, ສູນ ແລະ ສະຖານ ການສຶກສາ ແລະ ກິລາ.

ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ອອກຄໍາສັ່ງ:

1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມ ຢ່າງ

ກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້ພະນັກງານ, ຄູອາຈານ, ນັກຮຽນ, ນັກສຶກສາ, ນັກກິລາທຸກຄົນ ເຫັນໄດ້ໄພອັນຕະລາຍຂອງພະຍາດ COVID-19 ທີມີການກາຍພັນ ແລະ ຮຸນ ແຮງເພີ່ມຂຶ້ນ ພ້ອມທັງຮູ້ຈັກວິທີ່ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂພະຍາດນີ້ດ້ວຍຕົນເອງ ພ້ອມທັງເຫັນໄດ້. ຄວາມຈໍາເປັນຂອງລັດຖະບານ ໃນການປະກາດມາດຕະການດັ່ງກ່າວເພື່ອປົກປ້ອງສຸຂະພາບ ແລະ ຊິວິດຂອງປະຊາຊົນລາວ ແລະ ຄົນຕ່າງປະເທດ ຢູ່ ສປປ ລາວ;

2. ໃຫ້ນັກຮຽນຊົ່ວຄາວ ໃນສະຖານການສຶກສາທັງພາກລັດ ແລະ ເອກະຊົນ ຢູ່ ນະຄອນຫຼວງວຽງຈັນ ປະກອບມີ: ໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມສຶກສາ, ໂຮງຮຽນມັດທະຍົມສຶກສາ, ໂຮງຮຽນສຶກສາສົງ ໂຮງຮຽນສຶກສາພິເສດນະຄອນຫຼວງ, ໂຮງຮຽນກິນນອນ, ສູນຝຶກອົບຮົມວິຊາຊີບວິທະຍາໄລ, ສະຖາບັນ ແລະ ມະຫາວິທະຍາໄລແຫ່ງຊາດ;

3. ມອບໃຫ້ສະຖານການສຶກສາ ແລະ ກິລາທີ່ລະບຸຂ້າງເທິງຈັດການຮຽນ-ການສອນໃນຮູບແບບທາງໄກ ຕາມຄວາມເຫມາະສົມ ເລີ່ມແຕ່ການສຶກສາກ່ອນໄວຮຽນ ເຖິງ ມັດທະຍົມສຶກສາ ໃຫ້ໃຊ້ຖານການຮຽນຮູ້ (Teaching-Learning Platform: ຄັງປັນຍາ (ໃນລະບົບປະຕິບັດງານແອນດຣອຍ) https://laos.learringpassport.unicaf.org), ສ່ວນ ອາຊີວະສຶກສາ, ການສຶກສາ, ມະຫາວິທະຍາໄລ ໃຫ້ໃຊ້ຊ່ອງທາງການຮຽນທາງໄກ ເຊັ່ນ: whatsapp, Messenger, Line, Zoom, Webex, Skype, Microsoft Team ແລະ ອື່ນໆ ຕາມຄວາມເຫມາະສົມ

4. ມອບໃຫ້ພໍ່ແມ່ຜູ້ປົກຄອງ, ສະມາຄົມພໍ່ແມ່ນັກຮຽນ, ຜູ້ອໍານວຍການ ແລະ ຄະນະພັດທະນາການສຶກສາຂັ້ນບ້ານຈົງອໍານວຍຄວາມສະດວກ ແລະ ແນະນໍາລູກ-ຫຼານ ຂອງຕົນໃຫ້ໄດ້ຮຽນຕາມການແນະນໍາຂອງສະຖານການສຶກສາ ແລະ ກິລາ ຢ່າງເຂັ້ມງວດ;

5. ສໍາລັບສໍານັກກະຊວງ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ແລະ ສະຖານການສຶກສາທົ່ວນະຄອນຫຼວງວຽງຈັນ ໃຫ້ຜັດປ່ຽນກັນມາປະຈໍາການ ແລະ ປ້ອງກັນ-ເວນຍາມໃນແຕ່ລະວັນບໍ່ໃຫ້ຂາດ. ຈໍານວນຫນຶ່ງແມ່ນໃຫ້ເຮັດວຽກຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍ ຜ່ານລະບົບສືອີເລັກໂຕຣນິກ ແລະ ເຄືອຂ່າຍອິນ ເຕີເນັດ ເຊັ່ນ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ. ເພື່ອຫລຸດຜ່ອນຄວາມແອອັດໃນສະຖານທີ່ ເຮັດວຽກໃຫ້ປະຕິບັດດັ່ງນີ້:

5.1 ສໍານັກກະຊວງ ເຂດຊຽງຢືນ, ສີສະເກດ, ເຈົ້າອານຸວົງ ແລະ ຫຼັກ 8 (ທ່າເດື່ອ) ່ຄະນະຫ້ອງການຄະນະກົມຄະນະອໍານວຍການສະຖາບັນ, ສໍານັກພິມ ແລະ ສູນ 1- 2 ຄົນມື້ ແລະ ວິຊາການ 3 ຫາ 5 ຄົນ/ມື້;

5.2 ມະຫາວິທະຍາໄລແຫ່ງຊາດຄະນະອະທິການບໍດີ 1-2 ຄົນ/ມື້, ຄະນະບໍດີ 1-2 ຄົນມື້, ຄະນະຫ້ອງການ 1-2 ຄົນມື້, ຄະນະພາກວິຊາ 1-2 ຄົນມື້, ວິຊາການ 3-5 ຄົນມື້;

5.3 ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງຄະນະພະແນກ 1- 2 ຄົນມື້ ແລະ ວິຊາການ 3 ຫາ 5 ຄົນ/ມື້;

5.4 ຫ້ອງການສຶກສາທິການ ແລະ ກິລາເມືອງພາຍໃນນະຄອນຫຼວງວຽງຈັນ:ຄະນະຫ້ອງການ 1-2 ຄົນມື້ ແລະ ວິຊາການ 2 ຫາ 3 ຄົນມື້;

5.5 ສະຖານການສຶກສາ ແລະ ກິລາພາຍໃນນະຄອນຫຼວງວຽງຈັນຄະນະອໍານວຍການ 1-2 ຄົນ/ມື້ ແລະ ຄູ-ອາຈານ 1-2 ຄົນ/ມື້;

5.6 ສະຖານການສຶກສາ ແລະ ກິລາອື່ນໆ ແມ່ນໃຫ້ມ໌ຈາລະນາຕາມຄວາມເຫມາະສົມກັບປະລິມານວຽກທີ່ຈະຕ້ອງແກ້ໄຂຮີບດ່ວນ

ພ້ອມກັນນີ້ໃນໄລຍະມາປະຈໍາການໃຫ້ລ້າງມືດ້ວຍນໍ້າສະອາດໃສ່ສະບຸ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັ່ງ,ວັດແທກອຸນຫະພຸມ ແລະ ອະນາໄມສະຖານທີ່ບ່ອນເຮັດວຽກເປັນປົກກະຕິ;

6. ຫ້າມບໍ່ໃຫ້ການຈັດຕັ້ງທຸກພາກສ່ວນຂອງຂະແຫນງການສຶກສາ ແລະ ກິລາ ຈັດກອງປະຊຸມ, ການສໍາມະນາ, ຝຶກອົບຮົມ ແລະ ກິດຈະກໍາອື່ນໆ ທີ່ມີຜູ້ເຂົ້າຮ່ວມເກີນ 20 ຄົນ ໃນກໍລະນີຈໍາເປັນແມ່ນໃຫ້ປະຕິບັດມາດຕະການຂອງຄະນະສະເພາະກິດວາງອອກໃຫ້ເຂັ້ມງວດ;

7. ເພື່ອຮັກສາໄລຍະຫ່າງທາງສັງຄົມ ຫ້າມເຄື່ອນໄຫວກິດຈະກໍາກິລາກາຍຍະກໍາ ແລະ ການແຂ່ງຂັນກິລາ ກາງແຈ້ງແລະ ໃນຮົ່ມທຸກປະເພດ;

8. ສໍາລັບການເຂົ້າ-ອອກສໍານັກງານ, ກົມກອງ ແລະ ສະຖານການສຶກສາ- ກິລາ ທຸກຂັ້ນທຸກພາກສ່ວນ ແມ່ນໃຫ້ເຂົ້າ-ອອກປະຕູດຽວ, ພ້ອມທັງມີການຈັດຕັ້ງວັດແທກອຸນຫະພຸມ, ລ້າງມື, ໃສ່ຜ້າປິດປາກ-ດັ່ງ ກ່ອນເຂົ້າ ຫ້ອງການຂອງຕົນ ແລະ ໃຫ້ປະຕິບັດຢ່າງເຂັ້ມງວດ ແລະ ເປັນປົກກະຕິທຸກໆມື້, ໃນກໍລະນີກວດພົບພະນັກງານ, ຜູ້ທີ່ມາພົວພັນວຽກ ຫຼື ນັກຮຽນ-ນັກສຶກສາ ທີ່ມີອຸນຫະພູມ 37,5 •c ອົງສາເຊ ຫຼື ສູງກວ່າ ຫຼື ມີປະຫວັດການ ສໍາພັດກັບຄົນໃນຄອບຄົວ-ຫມູ່ເພື່ອນທີ່ຕິດໂຄວິດ ໃຫ້ຄະນະຮັບຜິດຊອບບັນທຶກລາຍຊື່ ແລະ ນາມສະກຸນ ແລະ ປອນປະຈໍາການໃຫ້ລະອຽດແລ້ວແນະນໍາໃຫ້ຜູ້ກ່ຽວກັບບ້ານເພື່ອຕິດຕາມອາການ ແລະ ໄປກວດຕາມໂຮງຫມໍ ຫຼືສະຖານທີ່ກວດໂຄວິດ-19 ທີ່ລັດຖະບານກໍານົດໄວ້.

9. ໃຫ້ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ແລະ ນັກກິລາທຸກຄົນ ໃນຂະແຫນງການສຶກສາ ແລະ ກິລາສືບຕໍ່ຈັດຕັ້ງຂະບວນການໄປສັກວັກຊິນກັນພະຍາດ COVID-19 ຕາມເຂດບໍລິການທີ່ທາງການກໍານົດໃຫ້ສໍາເລັດໂດຍໄວ;

10. ໃຫ້ການຈັດຕັ້ງ ແລະ ບຸກຄົນຈົ່ງມີຄວາມລະມັດລະວັງການລາຍງານຂ່າວ (ປອມ) ໃນສັງຄົມອອນລາຍ ສໍາຄັນທີ່ສຸດໃຫ້ຕິດຕາມຂ່າວສານທີ່ຫນ້າເຊື່ອຖືໄດ້ຂອງທາງການ ທາງເຟສບຸກໃຫ້ຕິດຕາມ: ຊນຂ່າວສານການແພດສຸ ຂະສຶກສາ Centre of Information and Education for Health, ທາງເວັບໄຊ: www.govid19.gov.la ແລະແຫຼ່ງຂ່າວຂອງລັດຖະບານ;

.

11. ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ປະສານສົມທົບກັບຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ໂຄວິດ-19 ຂັ້ນ ແຂວງ/ນະຄອນຫຼວງ ໃນການປະຕິບັດມາດຕະການສະກັດກັ້ນ ຄວບຄຸມ ແລະ ແກ້ໄຂ ຕາມສະພາບການລະບາດ ແລະ ຄວາມສ່ຽງຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລ້ວລາຍງານໃຫ້ກະຊວງສຶກສາທິການ ແລະ ກິລ ຮັບຊາບ; ໃນການປະຕິບັດຕົວຈິງຖ້າມີຄວາມຈໍາເປັນ ແລະ ຮີບດ່ວນມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ແລະ ສະຖານການສຶກສາ ເປັນຜູ້ອອກນິຕິກໍາແນະນໍາລະອຽດຕາມພາລະບົດບາດ ຫນ້າທີ່ແລະ ຂອບເຂດສິດຂອງຕົນ;

12. ໃຫ້ທຸກພາກສ່ວນທົ່ວຂະແຫນງການສຶກສາ ແລະ ກິລາ ໃຫ້ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກ15/ນຍ ລົງວັນທີ 21 ເມສາ 2021 ຢ່າງເຂັ້ມງວດ;

13. ຄໍາສັ່ງສະບັບນີ້ມີຜົນສັກສິດນັບແຕ່ເວລາ 06:00 ໂມງ ຂອງວັນທີ 22 ເມສາ 2021 ຫາ ເວລາ 24:00 ໂມງຂອງວັນທີ 05 ພຶດສະພາ 2021. ໃນກໍລະນີທີ່ມີການປ່ຽນແປງ ກະຊວງສຶກສາທິການ ແລະ ກິລາ ຈະແຈ້ງໃຫ້ ຊາບຕື່ມ ເປັນແຕ່ລະໄລຍະ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button