ຂ່າວດ່ວນ

ແຈ້ງການດ່ວນ!!! ອ່ານ ແລະ ຮ່ວມມືກັນປະຕິບັດດ້ວຍ.

ເພື່ອເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ເພື່ອປ້ອງກັນການນໍາເຂົ້າເຊື້ອພະຍາດໂຄວິດ-19 ຈາກຕ່າງປະເທດ, ຕ່າງແຂວງ ເວົ້າລວມ ເວົ້າສະເພາະກໍ່ຄືແຂວງບໍ່ ແກ້ວ ບໍ່ໃຫ້ມີການແຜ່ລາມຈາກເຂດຫນື່ງໄປສູ່ເຂດຫນຶ່ງ, ສະນັ້ນ ທາງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງບັນດາທ່ານຊາບ ດັ່ງນີ້:

1. ໂຈະການເດີນທາງ ເຂົ້າ – ອອກ ທາງບົກ, ທາງນ້ໍາ ແລະ ທາງອາກາດ ລະຫວ່າງແຂວງຫາແຂວງ, ປະເທດເພື່ອນບ້ານທີ່ມີການລະບາດເຂົ້າມາແຂວງບໍ່ແກ້ວຢ່າງເດັດຂາດ ນັບແຕ່ວັນທີ 22 ເມສາ 2021 ເປັນຕົ້ນໄປ( ຖ້າມີຄວາມຈໍາເປັນ ຕ້ອງມີເອກະສານຢັ້ງຢືນຈາກຄະນະສະເພາະກິດຕົ້ນທາງທີ່ຕົ້ນເດີນທາງມາ ).

2. ສໍາລັບລົດຂົນສົ່ງສິນຄ້າທຸກປະເພດ ແມ່ນໃຫ້ຄ່ຽນຖ່າຍຢູ່ກັບດ່ານ (ສາງພາສີ) ບໍ່ອະນຸຍາດໃຫ້ເຂົ້າມາຕົວ ເມືອງຫ້ວຍຊາຍ, ສໍາລັບລົດຂົນສົ່ງສິນຄ້າທີ່ບໍ່ສາມາດຄ່ຽນຖ່າຍໄດ້ ເຊັ່ນ: ລົດນ້ໍາມັນເຊື້ອໄຟ, ລົດບຸນເຖົ້າ,ລົດຫຸ່ນຜົງ ແລະ ລົດຂົນສົ່ງວັດສະດຸກໍ່ສ້າງ ແມ່ນໃຫ້ຢຸດຊົ່ວຄາວຈົນກ່ວາຈະມີແຈ້ງການຂອງ ສພກ, – ຫ້າມນໍາເຂົ້າສິນຄ້າປະເພດອາຫານທະເລສົດ, ອາຫານແຊ່ແຂງທຸກປະເພດ, ພືດຜັກຕ່າງໆ ແລະ ເຄື່ອງປູກຂອງຝັງ ທີ່ນໍາເຂົ້າຈາກຕ່າງປະເທດ.

3. ມອບໃຫ້ບັນດາເມືອງ, ອໍານາດການປົກຄອງບ້ານ ແລະ ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງຕາມຊາຍແດນສືບຕໍ່ປະຕິບັດຄຸ້ມຄອງເຮືອທຸກປະເພດເຊັ່ນ: ເຮືອໄວ, ເຮືອນ້ອຍ, ເຮືອກາບ ແລະ ເຮືອອື່ນໆ ໃຫ້ຢຸດການເດີນເຮືອ.

4. ຫ້າມບໍ່ໃຫ້ບຸກຄົນໃດເອົາລົດ-ເຮືອໄປຮັບເອົາແຮງງານທີ່ກັບມາຈາກຕ່າງແຂວງ, ປະເທດເພື່ອນບ້ານທີ່ມີການ ແຜ່ລະບາດຂອງພະຍາດດັ່ງກ່າວ ຖ້າລະເມີດຈະຖືກປັບໄຫມ ພ້ອມທັງເຮັດບົດບັນທຶກກ່າວເຕືອນຖ້າຫາກມີຄັ້ງຕໍ່ໄປຈະຖືກດໍາເນີນຄະດີຕາມລະບຽບກົດຫມາຍ, 5. ໃຫ້ປິດສະຖານທີ່ບັນເທິງ, ຮ້ານຄາລະໂອເກະ, ຮ້ານກິນດື່ມກັບແກ້ມຕ່າງໆ ແລະ ຮ້ານນວດແຜນບູຮານ,ໂຈະການຈັດງານສະເຫຼີມສະຫຼອງ ແລະ ການຈັດງານບຸນປະເພນີຕ່າງໆ ທີ່ມີຈໍານວນຄົນຫຼາຍກ່ວາ 20 ຄົນ,ໃຫ້ປະຕິບັດຕາມຄໍາແນະນໍາເພີ່ມເຕີມຂອງຄະນະສະເພາະກິດຂັ້ນແຂວງ ສະບັບເລກທີ 05/ສພກ.ບກ, ລົງວັນທີ 13 ເມສາ 2021……….ລິການຕ່າງໆ ເປັນຕົ້ນ: ເຮືອນພັກການ ຢ່າງເຂັ້ມງວດ,

6. ມອບໃຫ້ຜູ້ປະກອບການທຸລະກິດບໍລິການຕ່າງໆ ເປັນຕົ້ນ: ເຮືອນພັກ, ໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ ຕ້ອງເປັນເຈົ້າການໃນການຕິດຕາມ-ກວດກາ, ຄົນເຂົ້າພັກເຊົາ-ບໍລິການ ຢ່າງເຂັ້ມງວດ, ໃນ ກໍລະນີພົບເຫັນ-ສົງໄສ ຜູ້ທີ່ມີຄວາມສ່ຽງຕໍ່ພະຍາດດັ່ງກ່າວ ແມ່ນຕ້ອງແຈ້ງໃຫ້ເຈົ້າຫນ້າທີ່ ແລະ ກອງເລຂາ ຄະນະສະເພາະກິດຮັບຊາບໂດຍດ່ວນ ເບີໂທລະສັບ: ( ກອງເລຂາ ສພກ ) 02054332888, 02022380500, 02055574689, 02055917733, 02058308777.

7. ຫ້າມເຈົ້າຫນ້າທີ່, ອໍານາດການປົກຄອງທຸກຂັ້ນ ຕະຫຼອດຮອດພໍ່ແມ່ປະຊາຊົນ ອໍານວຍຄວາມສະດວກໃຫ້ແກ່ແຮງງານທີ່ລັກລອບເຂົ້າມາໂດຍບໍ່ຖືກຕ້ອງ, ຖ້າຫາກຮູ້ຂໍ້ມູນຕ້ອງແຈ້ງໃຫ້ເຈົ້າຫນ້າທີ່ທີ່ກ່ຽວຂ້ອງໂດຍໄວ ເພື່ອນໍາຕົວໄປກັກກັນ ແລະ ກວດຫາເຊື້ອ, ຖ້າຫາກປິດບັງຂໍ້ມູນຂ່າວສານ ຫຼື ຊຸກເຊືອງແຮງງານໄວ້ໃນຄອບຄົວ, ບ້ານ ຈະຖືກປັບໄຫມ ແລະ ດໍາເນີນຄະດີຕາມລະບຽບກົດຫມາຍ.

8. ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງໃນຮູບແບບໃດຫນຶ່ງ ຜ່ານສື່ຕ່າງໆ ຊຶ່ງ ່ ເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ.

ວິທີການຈັດຕັ້ງປະຕິບັດ.

1, ໃຫ້ສົບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ, ຄໍາແນະນໍາເພີ່ມເຕີມຂອງຄະນະສະເພາະກິດສະບັບເລກທີ3443/ສພັກ, ລົງວັນທີ 12 ເມສາ 2021, ແຈ້ງການຂອງກະຊວງຖະແຫຼງຂ່າວສະບັບເລກທີ 337/ຖວທ, ລົງ ວັນທີ 13 ເມສາ 2021, ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກສະບັບເລກທີ 308/ຫສນຍ, ລົງວັນທີ25 ມີນາ 2021 ວາງອອກ ໃນໄລຍະຜ່ານມາຢ່າງເຂັ້ມງວດ.

2. ມອບໃຫ້ບັນດາເມືອງ, ອໍານາດການປົກຄອງບ້ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນຈັດຕັ້ງຜັນຂະຫຍາຍແຈ້ງການສະບັບນີ້ ລົງສູ່ຮາກຖານ, ສັງຄົມ, ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ.

3. ມອບໃຫ້ສອງກອງບັນຊາການ ປກຊ-ປກສ ລົງຊີ້ນໍາກໍາລັງປະຈໍາຢູ່ຈຸດກວດການໍ້າທຸງ, ຈຸດກວດການໍ້າເກິງ, ຈຸດກວດກາເມືອງປາກທາ ແລະ ເຈົ້າຫນ້າທີ່ປະຈໍາລຽບຕາມຊາຍແດນແມ່ນໍ້າຂອງ ເອົາໃຈໃສ່ໃນການກວດກາລາດຕະເວນ ໃຫ້ເຂັ້ມງວດ.

ດັ່ງນັ້ນ, ຈຶ່ງອອກແຈ້ງການສະບັບນີ້ ເຖິງທຸກພາກສ່ວນທີ່ກ່ຽວຂອງ ເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງ ປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button