ຂ່າວດ່ວນ

ພິທີມອບ-ຮັບອາວຸດລ່າເນື້ອທີ່ເກັບກູ້ມາໄດ້ທີ່ບໍ່ຖືກຕ້ອງຕາມກົດໝາຍ

ໃນຄັ້ງວັນທີ 26/1/2021 ນີ້ ຢູ່ທີ່ກອງບັນຊາການ ປກສ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ມີພິທີມອບ-ຮັບອາວຸດລ່າເນື້ອທີ່ເກັບກູ້ມາໄດ້ທີ່ບໍ່ຖືກຕ້ອງຕາມກົດໝາຍ,​ ລະຫວ່າງກອງບັນຊາການ ປກສ ເມືອງວິລະບູລີ ແລະ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ອາວຸດລ່າເນື້ອທີ່ຜິດລະບຽບກົດໝາຍທີ່ມອບ-ຮັບກັນໃນຄັ້ງນີ້ປະກອບມີ ປືນແກັບຈໍານວນ 760 ກະບອກ, ມີໝໍ້ຊ໋ອດ, ລູກຂີ້ກົ່ວ ແລະ ໝື້ຈໍານວນໜຶ່ງ.

ເຊິ່ງໃຫ້ກຽດມອບໂດຍທ່ານ ພັທ ພົມມາ ດາວຮຸງສຸລິ ຫົວໜ້າກອງບັນຊາການ ປກສ ເມືອງວິລະບູລີ ແລະ ກ່າວຮັບແມ່ນທ່ານ ຕອງໄທ ຈັນແພງວົງ ຮອງຫ້ອງຄຸ້ມຄອງສໍາມະໂນຄົວ ປກສ ແຂວງສະຫວັນນະເຂດ.

ໂດຍຊ້ອງໜ້າຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດທີ່ເຂົ້າຮ່ວມ.

ຂໍ້ມູນພາບຂ່າວ : ກອງບັນຊາການ ປກສ ເມືອງວິລະບູລີ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button