- 🚨 ແຈ້ງການ ທີມກູ້ໄພ ສະຫວັນນະເຂດ 1629 ສີດພົ່ນຢາຂ້າເຊື້ອ!! ຟຮີ ທຸກສະຖານທີ່ !!

ທ່ານຢາກໃຫ້ສະຖານທີ່ ຂອງທ່ານເປັນສະຖານທີ່ປອດເຊື້ອ ແລະ ເພີ່ມມາດຕະການປ້ອງກັນ ທາງທີມງານອາສາພວກເຮົາຈະໃຫ້ຄວາມຮູ້ຕາມມາດຕະການປ້ອງກັນ ຫຼັກການ ສາທາລະນະສຸກວາງອອກຖ້າຢາກເປັນບ່ອນປອດເຊື້ອໂລກCOVID-19 ລົບກວນແຈ້ງມາຍັງທີມງານພວກເຮົາຕາມຂໍ້ມູນທາງລຸ່ມ.

ພວກເຮົາເປັນທີມງານທີ່ໄດ້ຮັບການຝືກອົບຮົມ ໃນການຕ້ານສະກັດກັ້ນເຊື້ອພະຍາດCOVID19 ຈາກ ຄະນະສະເພາະກິດ ຕ້ານເຊື້ອພະຍາດຈຸລະໂລກCOVID19 ກະຊວງ ສາທາລະນະສຸກ ກົມ ອານາໄມ ແລະ ສຸຂະພາບ ແລະ ອົງການອານາໄມໂລກ, ພະແນກສາທາລະນະສຸກແຂວງ ສະຫວັນນະເຂດ ອະນຸຍາດຈາກພາກສ່ວນກ່ຽວຂ້ອງ ແລະ ຕາມມາດຕະຖານສາກົນ ຂອງສາທາລະນະສຸກວາງອອກ ໃນການພົ່ນຢາຂ້າເຊື້ອ🚨

ເຖິງ: ຫ້າງຮ້ານ,ສຳນັກງານ,ຫ້ອງການພາກລັດ ເອກະຊົນ ແລະ ເຮືອນຂອງປະຊາຊົນ ທຸກສະຖານທີ່ພາຍໃນເຂດ ແຂວງ ສະຫວັນນະເຂດ
ທີມງານຂອງໜ່ວຍກູ້ໄພ ສະຫວັນນະເຂດ 1629 ພວກເຮົາ ມີທີມ ແລະ ເຄື່ອງພົ່ນຍາຂ້າເຊື້ອ 🚨 ສີດຢາພົ່ນຂ້າເຊື້ອຕາມສະຖານທີ່ຕ້ອງການ.

– ຖ້າວ່າຫ້າງຮ້ານ,ສຳນັກງານ,ຫ້ອງການແລະເຮືອນຊານທ່ານໃດທີ່ຢາກສີດຢາພົ່ນຂ້າເຊື້ອ ກໍສາມາດຕິດຕໍ່ປະສານງານມາຫາທີມງານພວກເຮົາໄດ້ທີ່ ເບີ : 020 28285454ຫຼື 020 77819933
– ການພົ່ນຢາຂ້າເຊື້ອຈະບໍ່ມີຜົນອັນຕະລາຍແຕ່ຢ່າງໃດເພາະພົ່ນຂ້າເຊື້ອແບັກທີເລຍ ແລະເຊື້ອພະຍາດຈຸໂລກ COVID19 ຕ່າງໆທີ່ກໍ່ເກີດໃຫ້ເປັນອັນຕະລາຍແກ່ທ່ານ …
– ອີງໃສ່ສີດພົ່ນຂ້າເຊື້ອເພື່ອຕ້ານເຊື້ອໄວຣັດໂຄວິດ 19 ທີ່ກຳລັງລະບາດໃນປະຈຸບັນ …
ຊ່ວຍເຫຼືອກັນໄປຄົນລະໄມ້ລະມື ທຸກທ່ານໝາຍເຫດ : ຟຮີ ບໍ່ມີຄ່າບໍລິການ ແລະ ໃຫ້ທ່ານ ລົງຖະບຽນຄີວໄວ້ ທາງທີມງານຈະໄດ້ຈັດຕາລາງການຊ່ວຍເຫຼືອເບີໂທ ຕິດຕໍ່ 020 28285454
020 77819933 ວອດແອັບ
ຝາກແຊຮແນ່ທຸກທ່ານ.
ທີ່ມາ.
