ຄົນເກີດວັນອາທິດ
ການງານ ຍັງວຸ້ນໃນພາລະກິດຕ່າງໆ ທີ່ຕ້ອງຈັດການໃຫ້ສຳເລັດໄປໂດຍໄວ
ການເງິນ ຜູ້ໃຫຍ່ຈະອຸບປະຖຳທາງດ້ານການເງິນ
ຄວາມຮັກ ຈະພົບຄົນດີເກັ່ງມີຄວາມສາມາດມີສິລະປະ
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີດໍາ
ເລກນຳໂຊກ 9
ຄົນເກີດວັນຈັນ
ການງານ ຈະໄດ້ບໍລິວານທີ່ດີ ແລະ ທີມງານຖ້າຊ່ວຍເຫຼືອເຮັດທຸລະກິດໃຫ້ເກີດຄວາມສຳເລັດ
ການເງິນ ເປັນມື້ທີໂຊກດີຈະໄດ້ຮັບຊັບ ອາດຈະໄດ້ເງິນເຂົ້າມາ
ຄວາມຮັກ ມີໂອກາດພົບຄົນໃນເຄື່ອງແບບ ເປັນຄົນທີ່ໝັ້ນໃຈຕົນເອງ ເກັ່ງ ມີຄວາມສາມາດ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຂາວ
ເລກນຳໂຊກ 4
ຄົນເກີດວັນອັງຄານ
ການງານ ເຮັດທຸລະກິດການຄ້າອາຫານ ແຟຊັນ ສິນຄ້າອຸປະໂພກບໍລິໂພກຈະມີຍອດຂາຍທີ່ເພີ່ມຫຼາຍຂຶ້ນຢ່າງເຫັນໄດ້ຊັດເຈນ
ການເງິນ ບໍລິຫານຈັດການໄດ້ດີຂຶ້ນ ມີເງິນເຫຼືອເກັບເພີ່ມຂຶ້ນ
ຄວາມຮັກ ລະວັງຄອບຄົວຈະບໍ່ເຫັນດ້ວຍກັບການທີ່ຈະເລືອກຄົບຫາໃຜບາງຄົນທີ່ຈະເຂົ້າມາໃນຊີວິດຂອງທ່ານໃນຊ່ວງນີ້
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 2
ຄົນເກີດວັນພຸດ
ການງານ ຈະເຮັດທຸລະກິດທີ່ໃຊ້ເງິນລົງທຶນເປັນຈຳນວນນ້ອຍແຕ່ໄດ້ກຳໄລງາມ ເຊັ່ນ ທຸລະກິດການຄ້າອອນລາຍ
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປແບບບໍ່ຄາດຝັນສະເໝີ
ຄວາມຮັກ ຈະພົບຄົນທີ່ມີສະເໜ່ຫຼາຍໆ ມີໂອກາດຕົກຢູ່ໃນສະຖານະການພາວະຮັກຊ້ອນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 2
ຄົນເກີດວັນພະຫັດ
ການງານ ເລີ່ມຕົ້ນເຮັດທຸລະກິດແບບບໍ່ມີຫຸ້ນສ່ວນຈະປະສົບຄວາມສຳເລັດ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາເຮັດໃຫ້ຮູ້ສຶກມີຄວາມສຸກໃຈ
ຄວາມຮັກ ຢູ່ໃນເກນທີ່ມີຄວາມສຸກດີ ການບໍລິຫານຈັດການຊີວິດຮັກໄລຍະນີ້ລົງຕົວ
ເຄື່ອງມຸງຄຸນ ຫິນນໍາໂຊກສີຂຽວ
ສີມຸງຄຸນ ສີບົວ
ເລກນຳໂຊກ 4
ຄົນເກີດວັນສຸກ
ການງານ ຕັ້ງເປົ້າໝາຍໃນການສ້າງຄວາມສຳເລັດໃຫ້ກັບຕົນເອງຊຶ່ງກໍຍັງເຮັດໄດ້ດີ
ການເງິນ ມີໂຊກຈະໄດ້ເງິນກ້ອນໃຫຍ່ເຮັດໃຫ້ຮູ້ສຶກມີຄວາມສຸກຫຼາຍໆ
ຄວາມຮັກ ຈະພົບຄົນທີ່ຖືກໃຈແບບບໍ່ທັນຕັ້ງໂຕ
ເຄື່ອງມຸງຄຸນ ຕ່າງຫູ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 3
ຄົນເກີດວັນເສົາ
ການງານ ເຮັດທຸລະກິດແບບສາຍດ່ຽວຈະເປັນເງິນເປັນຄຳໃນໄລຍະນີ້ ປະສົບຄວາມສຳເລັດ
ການເງິນ ວາງແຜນການໃຊ້ຈ່າຍຢ່າງຮອບຄອບຈະດີທີ່ສຸດ
ຄວາມຮັກ ຈະພົບຮັກກັບຄົນທີ່ມີນິໄສບໍ່ຄືໃຜ ແລະ ເຂົາເຈົ້າມີຄວາມຈິງໃຈ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 0