ຂ່າວດ່ວນ

ໃຫ້ທຸກຄົນຊ່ວຍເປັນຫູເປັນຕາແຈ້ງຂໍ້ມູນ! ກໍລະນີມີຫົວໜ່ວຍທຸລະກິດ ລະເມີດຄຳສັ່ງ ແລະ ແຈ້ງການ ຂັ້ນເທິງ ຢ່າງເຂັ້ມງວດ

ໃນວັນທີ 25 ເມສາ 2021 ເວລາ 17:00 ໂມງ 52ນາທີ ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກສັງຄົມຜ່ານທາງເພຈເຟສບຸກປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ສະນັ້ນກອງບັນຊາການ ປກສ ນວ ຈຶ່ງໄດ້ມອບໝາຍໃຫ້ພະແນກປ້ອງກັນເສດຖະກິດ ປກສ ນວ ນຳໂດຍທ່ານ ພັຕ ຄຳພັນ ຈັນທະວີໄຊ ຮອງກອງປ້ອງກັນເສດຖະກິດ ພ້ອມດ້ວຍຄະນະອີກ 5 ສະຫາຍ.

ໄດ້ລົງກວດກາຕາມຫາງສຽງຂອງສັງຄົມ ໃນເວລາ 22ໂມງ 58ນາທີ ຂອງວັນດຽວກັນພົບເຫັນຮ້ານກະວີອິນເຕີເນັດສ່ວນບຸກຄົນ ຢູ່ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນວ ໄດ້ເປີດບໍລິການໃຫ້ລູກຄ້າ ທີ່ເປັນການລະເມີດຄຳສັ່ງ, ແຈ້ງການຂອງຂັ້ນເທິງ ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຢຸດເຊົາ ຖ້າຍັງລະເມີດແມ່ນຈະໄດ້ດຳເນີນທາງກົດໝາຍຢ່າງບໍ່ມີຂໍຍົກເວັ້ນ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ມີສະຕິຕື່ນຕົວເອົາໃຈໃສ່ໃນການຈັດຕັ້ງປະຕິບັດຄຳສັ່ງ, ແຈ້ງການຂອງຂັ້ນເທິງຢ່າງເຂັ້ມງວດ ເຊິ່ງມັນຈະຊ່ວຍໃຫ້ພວກເຮົາມີຄວາມປອດໄພ ແລະ ເປັນການຊ່ວຍສັງຄົມໃນການປ້ອງກັນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

ສະເໜີມາຍັງຊາວນະຄອນຫຼວງວຽງຈັນ ຈົ່ງປະຕິບັດພັນທະຂອງຕົນຊ່ວຍເຈົ້າໜ້າທີ່ ຖ້າເຫັນສະຖານທີ່ທຸລະກິດໃດຍັງລະເມີດ, ຮູ້ວ່າບຸກຄົນໃດທີ່ມາແຕ່ພື້ນທີ່ສ່ຽງ, ບໍ່ໄປກວດກາຫາເຊື້ອ, ບໍ່ໄປກັກກັນ ແມ່ນໃຫ້ແຈ້ງມາທາງເບີວອດແອັບ 020​28899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button