ຊື້ເລກທີ່ນີ້ ມີແຕ່ໄດ້ກັບໄດ້ 100%

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງໃຫ້ຮູ້ວ່າ: ໃນໄລຍະວັນທີ 18 -20 ມັງກອນນີ້, ມວນອາກາດໜາວເຢັນຈາກປະເທດຈີນຈະເພີ່ມກໍາລັງແຮງແຜ່

ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ອຸນຫະພູມໂດຍທົ່ວໄປຈະໜາວເຢັນລົງ 1 ຫາ 3 ອົງສາ ຢູ່ໃນແຕ່ລະພາກ, ໂດຍສະເພາະຢູ່ເຂດພູສູງ,
ພູດອຍ ແລະ ເຂດຮ່ອມພູ ເຊັ່ນ: ບັນດາແຂວງພາກເໜືອ, ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫລາຍ ພ້ອມມີຝົນຕົກຄ່ອຍຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ.

