ຂ່າວດ່ວນ
#ນ້ຳຕາໄຫຼ ພາກັນຢູ່ບ້ານເດີ້ ໂຄວິດເລີ່ມແຜ່ໄປສູ່ກຸ່ມສ່ຽງແລ້ງ (ຜູ້ເຖົ້າ ແລະ ເດັກນ້ອຍ). ສະເພາະໂຕເລກຮອດມື້ນີ້ ມີ: – 👶 ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ມ 6 ຄົນ


ລາຍລະອຽດຜູ້ຕິດເຊື້ອໂຄວິດ ຕາມການຖະແຫຼງຂ່າວຂອງຄະນະສະເພາະກິດວັນທີ 02/05/2021.
*ກຸ່ມສ່ຽງ:


– ຜູ້ຕິດເຊື້ອທີ່ເປັນ ເດັກນ້ອຍຕ່ຳກວ່າ 5 ປີ ຈຳນວນ 6 ຄົນ (ນ້ອຍທີ່ສຸດອາຍຸ 2 ເດືອນ).- ຜູ້ສູງ ອາຍຸຫຼາຍກວ່າ 60 ປີ ຈຳນວນ 6 ຄົນ (90 ປີ 1 ຄົນ).


– ຜູ້ຕິດເຊື້ອເປັນຄົນຕ່າງປະເທດ ຈຳນວນ 54 ຄົນ ຄື: 🇮🇳ອິນເດຍ 1, 🇰🇷ເກົາຫຼີ 3 ຄົນ, 🇨🇳ຈີນ 5 ຄົນ, 🇻🇳 ຫວຽດນາມ 45 ຄົນ.- ການລະບາດໃນນະຄອນຫຼວງວຽງຈັນ 2-3 ວັນຜ່ານມາ ແມ່ນຈຸ້ມຢູ່ເຂດບ້ານທາດຫຼວງ, ບ້ານນາໄຊ ແລະ ເຂດອ້ອມແອ້ມ.


– ສະຖານທີ່ຜູ້ຕິດເຊື້ອເດີນທາງໄປເປັນສະຖານບັນເທິງຕ່າງໆ ແລະ ງານວັນເກີດຊ່ວງປີໃໝ່ຜ່ານມາ.- 3 ໂຮງໝໍໃນນະຄອນຫຼວງແມ່ນເຕັມແລ້ວ. ຄົນເຈັບມີອາການເບົາບາງຈະຈັດໄປປິ່ນປົວຢູ່ໂຮງໝໍສະໜາມ.


#ຂ່າວອອນລາຍ