ຂ່າວດ່ວນ
ຊາຍໄທ 2 ຄົນທີ່ເດີນທາງເຂົ້າ – ອອກລາວ ພ້ອມກັບນາງ ພາວະດີ ( ເອື້ອຍຮັກ ກໍລະນີຜູ້ຕິດເຊື້ອ59 ) ແມ່ນມີຄວາມຜິດຫຍັງບໍ່ ?


ທ່ານພັນເອກ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກ ກົມໃຫຍ່ສັນຕິພາບ ກະຊວງ ປກສ ໃຫ້ສະພາກວ່າ:


ແມ່ນເຂົ້າເມືອງຜິດກົດໝາຍ, ຖ້າຫາກທາງການພວກເຮົາລະບຸວ່າ ທັງ 2 ນຳເຊື້ອມາແຜ່ລະບາດຕໍ່ຊຸມຊົນ ກໍ່ສາມາດດຳເນີນຄະດີໄດ້, ແຕ່ປັດຈຸບັນນີ້ 2ຄົນດັ່ງກ່າວ ໄດ້ລັກລອບກັບເຂົ້າໄທແລ້ວ ແລະທາງເຈົ້າໜ້າທີ່ໄທໄດ້ຕິດຕາມາທັງ 2 ໃຫ້ຮູ້ວ່າ: ຜູ້ທີ 1 ຕິດເຊື້ອໂຄວິດອາການສາຫັດ ຜູ້ທີ 2 ອາຫານດີຂຶ້ນແລ້ວ ເຊີ່ງກຳລັງຜ່ານຂະບວນການຍຸຕິທຳ ທາງດ້ານກົດໝາຍຂອງໄທ.


ຕໍ່ການກະທຳຜິດດັ່ງກ່າວທາງການລາວສາມາດດຳເນີນຄະດີນຳໄດ້ບໍ່?.


ທ່ານພັນເອກຕອບວ່າ: ຕໍ່ບັນຫານີ້ເຮົາກໍ່ໄດ້ປະສານສົມທົບໃນຂອບເຂດຮັບຜິດຊອບຂອງ ຕມ ແຕ່ການທີ່ຈະນຳເອົາ 2 ຄົນນັ້ນ ມາດຳເນີນຄະດີ ແມ່ນຂັ້ນຕອນຂອງລັດຖະບານ ສອງຝ່າຍຈະໄດ້ເຈລະຈານຳກັນ.

