

👏 ສຸດຍອດ ປະເທດຍີ່ປຸ່ນ ອອກແບບເຮືອນ ທີ່ສາມາດລອຍຂຶ້ນອາກາດ ໃນໄລຍະເວລາເກີດແຜນດິນໄຫວ ແລະ ຈຶ້ງຢູ່ໃນອາກາດ ໄລຍະຫນຶ່ງ ຈົນກ່ວາ ແຜ່ນດິນໄຫວຈະຢຸດເຊົາ.
ເຕັກໂນໂລຊີນີ້ ໄດ້ຖືກພັດທະນາມາດົນແລ້ວ ແຕ່ເລີ່ມກັບມາພັດທະນາເປັນຈິງເປັນຈັງ ພາຍຫຼັງເກີດເຫດການແຜນດິນໄຫວຄັ້ງໃຫຍ່ ຢູ່ປະເທດຍີ່ປຸ່ນ ໃນປີ 2011.


ລະບົບເຮືອນແບບນີ້ ພັດທະນາໂດຍ ບໍລິສັດ Air Danshin Systems Inc. ໂດຍນໍາໃຊ້ ການອັດລະບົບແຮງດັນອາກາດ ທີ່ສາມາດເຮັດໃຫ້ມັນ ສາມາດຍົກເຮືອນຂື້ນໄວ້ເທິ່ງອາກາດ ໄລຍະເວລາໃດຫນຶ່ງ, ໂດຍຕິດມາກັບລະບົບໂຕວັດຈັບ ເຊັນເຊີ້ ທີ່ສາມາດບອກເວລາ ໃນເມື່ອເລີ່ມເກີດແຜ່ນດິນໄຫວ ແລະ ສົ່ງສັນຍານໄປຫາ ຄອມເພລສເຊີ້ (ແຮງດັນລົມ) ເພື່ອສົ່ງເອົາລົມ ໄປຕື່ມໃສ່ເສົາພິເສດ ທີ່ສາມາດຍົກເຮືອນຂຶ້ນໄດ້.
ປະຈຸບັນ ມີຫຼາຍຮ້ອຍຫຼັງຄາເຮືອນ ຢູ່ປະເທດຍີ່ປຸ່ນ ກໍາລັງນໍາໃຊ້ລະບົບນີ້.
ທີ່ມາ:

