

- ຄະນະ ອພສ ສູນກາງ ສົມທົບປັດໄຈ 50 ລ້ານກວ່າກີບ ເຂົ້າວຽກງານຕ້ານການລະບາດຂອງພະຍາດໂຄວິດ-19


ໃນວັນທີ 3 ພຶດສະພາ 2021 ຄະນະບໍລິຫານງານ ຂັ້ນສູງ ຂອງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ (ອພສ) ນຳໂດຍ ພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ຮັກສາການປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານ ສູນກາງ ພ້ອມດ້ວຍຄະນະພຣະສົງ ໄດ້ເຂົ້າໄປມອບປັດໄຈ (ເງິນ) ເພື່ອຊ່ວຍອຸປະຖັມວຽກງານສາທາລະນະສຸກ ໃນການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາໂຄວິດ-19 ຈຳນວນ 51.012.000 ກີບ ເປັນກຽດຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ.
ໃນການນີ້ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຖວາຍການຕ້ອນຮັບ ແລະ ຂອບໃຈພໍ່ແມ່ຄູບາອາຈານ ພຣະສົງ ທີ່ໄດ້ມີເມດຕາຮ່ວມສົມທົບປັດໄຈ ເພື່ອຊ່ວຍສະກັດກັ້ນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ- 19 ໃນຄັ້ງນີ້ ເຊິ່ງທີ່ຜ່ານມາ ທາງການນຳພັກ-ລັດ, ອົງການຈັດຕັ້ງ ໂດຍສະເພາະ ຄະນະແພດໝໍ ບຸກຄະລາກອນທີ່ກ່ຽວຂ້ອງ ແມ່ນໄດ້ເອົາໃຈໃສ່ຢ່າງເຂັ້ມແຂງ ແລະ ປະຕິບັດໜ້າທີ່ຢ່າງໜັກໜ່ວງ ບໍ່ມີວັນເສົາ ວັນອາທິດ, ບໍ່ມີເວັນ ແລະ ຄືນ ສຸມໃສ່ວຽກງານການແກ້ໄຂ ປິ່ນປົວ ສະກັດກັ້ນ ຄວບຄຸມ ພະຍາດດັ່ງກ່າວນີ້.
ໃນນີ້, ຫ້ອງການ ອພສ ໄດ້ລາຍງານ ມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຜ່ານມາເມື່ອ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 15/ນຍ ໄປແລ້ວນັ້ນ ເພື່ອຈັດຕັ້ງປະຕິບັດຕາມຄຳສັ່ງດັ່ງກ່າວ ອພສ ກໍໄດ້ອອກຄຳສັ່ງແນະນຳ ເພື່ອໃຫ້ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ຈັດຕັ້ງປະຕິບັດ ຄຳສັ່ງນາຍົກລັດຖະມົນຕີ ເລກທີ 15/ນຍ ແລະ ແຈ້ງການຕ່າງໆ ຂອງລັດຖະບານ ທີ່ກ່ຽວຂ້ອງ ຢ່າງເຄັ່ງຄັດ.
ພ້ອມກັນນັ້ນ ກໍໃຫ້ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ປະກອບສ່ວນ ອຸປະຖັມທາງດ້ານເຄື່ອງມື, ສິ່ງອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດໜ້າທີ່ພະນັກງານ, ແພດໝໍ ແລະ ບຸກຄະລາກອນອື່ນໆ ຂອງອົງການຈັດຕັ້ງພັກ-ລັດ ທີ່ມີໜ້າທີ່ໂດຍກົງ ກັບການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໂດຍການຊ່ວຍເຫຼືອທາງດ້ານວັດຖຸ ແລະ ການໃຫ້ກໍາລັງໃຈ ຕາມສະພາບເງື່ອນໄຂ, ກໍາລັງສັດທາ ທີ່ເໝາະສົມ ໂດຍໄດ້ຊ່ວຍ ຕຽງ ຕັ່ງ ເສື່ອ ສາດ ໝອນ ມຸ້ງ ນຳ້ດື່ມ ອາຫານ ຜ້າອັດດັງອັດປາກ ແລະ ນຳ້ຢາລ້າງມື ເປັນຕົ້ນ ໂດຍ ວັດລົງໄປຊ່ວຍເຫຼືອເອງ ກໍມີ, ວັດເອົາໂຮມກັນເຂົ້າ ໃຫ້ ອພສ ເມືອງ ລົງໄປມອບໃຫ້ເມືອງ ກໍມີ, ອພສ ແຂວງ/ນະຄອນຫຼວງ ລົງໄປມອບ ໃຫ້ແຂວງ/ນະຄອນຫຼວງ ຕະຫຼອດ ອພສ ຂັ້ນສູນກາງ.
ຄຽງຄູ່ກັບ ການຊ່ວຍເຫຼືອທາງດ້ານວັດຖຸ ກໍຍັງມີທາງດ້ານກຳລັງຈິດໃຈ ກໍໃຫ້ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແຕ່ລະວັດ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ເພີ່ມຕື່ມ ໃນການສູດມົນຈະເຣີນພາວະນາ ໂດຍ ສູດຣະຕະນະສູດ, ເມຕຕາສູດ, ທະຊັຄຄະສູດ ໃນແຕ່ລະວັນ ພ້ອມກັນນັ້ນ ກໍໃຫ້ສູດ ອາຕານາຕິຍະສູດ, ມະຫາສະມະຍະສູດ, ທັມມະຈັກກັປປະວັຕຕະນະສູດ ເປັນຕົ້ນ ຕາມແຕ່ກໍລະນີ ເພື່ອນ້ອມນໍາເອົາ ພຸທທານຸພາບ, ທັມມານຸພາບ, ສັງຄານຸພາບ ແລະ ອານຸພາບແຫ່ງພຣະປະຣິດທັງຫຼາຍ ໄດ້ຊ່ວຍເປັນເຄື່ອງຮັກສາ, ຄຸ້ມຄອງປ້ອງກັນ ປະເທດຊາດບ້ານເມືອງ, ປະຊາຊົນ ໃນປະເທດ ໃນໂລກ, ຊ່ວຍຂະຈັດ ສັບພະທຸກ, ສັບພະໂສກ, ສັບພະໂຣກໄພພະຍາດທັງຫຼາຍ ໃຫ້ອັນຕະຣະທານໝົດສ້ຽງໄປ.