ຂປລ.ຕາມແຫລ່ງຂ່າວ ແຊນດີເອໂກ ຂອງສ.ອາເມລິກາ, ວັນທີ 3 ພຶດສະພາ, ເກີດເຫດເຮືອຫລົ້ມ ແລະ ແຕກເປັນ ສອງສ່ວນ ຢູ່ນອກແຄມຝັ່ງ, ເມືອງແຊນດີເອໂກ ລັດແຄລິຟໍເນຍ ຂອງສ.ອາເມລິກາ ທ່າມກາງຄື້ນລົມແຮງ ເຮັດໃຫ້ມີ ຜູ້ເສຍຊີວິດ 7 ຄົນ ແລະ ບາດເຈັບ 27 ຄົນ.

ຂະນະທີ່ 24 ຄົນ ໄດ້ຂື້ນຝັ່ງ ຢ່າງປອດໄພ.
ຄາດວ່າ ເປັນເຮືອລັກລອບ ນໍາຄົນເຂົ້າເມືອງ.

ເຈົ້າໜ້າທີ່ ເປີດເຜີຍວ່າ: ຄົນກຸ່ມນີ້ ແອອັດຢູ່ ເທິງເຮືອຂະໜາດ 12 ແມັດ ເປັນເຮືອທ່ອງທ່ຽວ ຂະໜາດໃຫຍ່ ແລະ ໃຫຍ່ກວ່າເຮືອ ຫາປາທີ່ກຸ່ມຄ້າມະນຸດ ມັກໃຊ້ນຳຄົນ ເດີນທາງຈາກ ເມັກຊິກ ເຂົ້າສູ່ ສ.ອາເມລິກາ ຢ່າງຜິດກົດໝາຍ.
ທີມາ:
