ແຂວງວຽງຈັນເຂັ້ມງວດຂຶ້ນ ອອກມາດຕະການຫ້າມຄົນເດີນທາງ ຫ້າມຄົນອອກເຮືອນ


ຕໍ່ກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນປະເທດເຮົາທີ່ຕອນນີ້ໜັກໜ່ວງຫຼາຍ ເຊິ່ງມັນໄດ້ສົ່ງຜົນກະທົບຮອບດ້ານຕໍ່ປະຊາຊົນ ຕໍ່ປະເທດຊາດຂອງພວກເຮົາ. ຍິ່ງໄປກວ່ານັ້ນ ປັດຈຸບັນ ຫຼາຍແຂວງໃນທົ່ວປະເທດກໍ່ມີຈໍານວນຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ ເຮັດໃຫ້ບັນດາແຂວງ ຕ້ອງເພີ່ມມາດຕະການຄຸມເຂັ້ມຢູ່ພາຍໃນແຂວງຂອງຕົນ.


ຫຼ້າສຸດແຂວງວຽງຈັນ ກໍ່ໄດ້ອອກຫຼາຍມາດຄະການເພື່ອສືບຕໍ່ເພີ່ມທະວີ ແລະ ເອົາໃຈໃສ່ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19, ເຊິ່ງແຂວງດັ່ງກ່າວກໍ່ໄດ້ອອກແຈ້ງການແນະນໍາທີ່ມີຫຼາຍມາດຕະການດ້ວຍກັນ.


ໜຶ່ງໃນມາດຕະການທີ່ແຂວງວຽງຈັນວາງອອກນັ້ນ ແມ່ນການຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ… ທຸກຄົນທີ່ຢູ່ໃນແຂວງວຽງຈັນ ຫ້າມບໍ່ໃຫ້ເດີນທາງໄປນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຫຼື ອອກຈາກເຮືອນທີ່ພັກອາໃສຂອງຕົນບົກເວັ້ນກໍລະນີຈໍາເປັນ…


ທັ້ງນີ້ລາຍລະອຽດທຸກຢ່າງທ່ານສາມາດອ່ານໄດ້ຕາມແຈ້ງການແນະນໍາ, ສ່ວນຂໍ້ຫ້າມຫ້າເກີນທາງ ແລະ ຫ້າມອອກຈາກເຮືອນ, ທີ່ພັກອາໄສນັ້ນແມ່ນຢູ່ໃນແຈ້ງການແນະນນໍາ ຂໍ້ທີ 7.

