ກິນຜັກຊະນິດນີ້ທຸກມື້ ສາຍຕາຂອງເຈົ້າຈະກັບມາດີແລະແຈ້ງຂຶ້ນ ອີກທັງຍັງຊ່ວຍກຳຈັດໄຂມັນຫຸ້ມຫົວໃຈ,ໃນຕັບ ແລະ ກຳຈັດສິ່ງອຸດຕັນໃນລຳໄສ້ໃຫຍ່ໄດ້. ເຮົາທຸກຄົນຮູ້ດີວ່າ ພືດຜັກແລະໝາກໄມ້ ມີປະໂຫຍດຕໍ່ສຸຂະພາບຂອງພວກເຮົາ ຍິ່ງນຳຜັກແລະໝາກໄມ້ມາລວມກັນຍິ່ງມີປະໂຫຍດຫຼາຍຂຶ້ນອີກທັງຍັງເພີ່ມລົດຊາດໃຫ້ດີຂຶ້ນອີກດ້ວຍ.

ຜັກບີທຣູດ ບີທຣູດ (Beetroot) (ຜັກກາດຝຣັ່ງ ຜັກກາດແດງ) ຊື່ວິທະ ຍາສາດ Beta Vulgaris (L.) ມີລັກສະນະຄ້າຍຫົວຜັກກາດ ຜັກຊະນິດນີ້ເດັກນ້ອຍມັກບໍ່ຄ່ອຍມັກ ແຕ່ມັນອຸດົມໄປດ້ວຍທາດເຫຼັກ, ທອງແດງ, ແມັກນີຊຽມ ໂພແທັກຊຽມ ແລະ ວິຕາມິນບີ.
ຜັກບີທຣູດ ເປັນຜັກທີ່ມີລົດຊາດຫວານອຸດົມໄປດ້ວຍສານອາຫານທີ່ດີຕໍ່ຮ່າງກາຍ ຖ້າກິນຜັກຊະນິດນີ້ປະຈຳຈະຊ່ວຍບຳລຸງສາຍຕາໄດ້ໜ້າອັດສະ ຈັນ ອີກທັງຍັງຊ່ວຍເຮັດຄວາມສະອາດຕັບ ແລະ ລຳໄສ້ ແລະ ຍັງສາມາດນຳຜັກຊະນິດນີ້ມາດັດແປງໃນການປຸງແຕ່ງໄດ້ຫຼາກຫຼາຍຮູບແແບ.
ຫາກນຳຜັກບີທຣູດ ແລະ ຫົວກາລົດ ມາເຮັດເປັນເຄື່ອງດື່ມໃນປະລິມານ 3 ຕໍ່ 1 ຫຼື ຈະກິນເປັນສະລັດມັນຈະຍິ່ງເພີ່ມປະໂຫຍດຕໍ່ສຸຂະ ພາບຂອງເຈົ້າຢ່າງຫຼວງຫຼາຍ.

1.ຈະຊ່ວຍເພີ່ມການໄຫຼວຽນ:ບີທຣູດຊ່ວຍສ້າງເມັດເລືອດແດງ ແລະ ປັບປຸງການໄຫຼວຽນຂອງເລືອດໃຫ້ມີສະຖຽນລະພາບຫຼາຍຂຶ້ນ ນອກຈາກນີ້ຍັງຊ່ວຍຕໍ່ສູ້ກັບການແຂງຕົວຂອງຫຼອດເລືອດເນື່ອງຈາກຄວາມດັນເລືອດສູງ ຄົົນທີ່ດື່ມນ້ຳບີທຣູດເປັນປະຈຳຈະເຮັດໃຫ້ຄວາມດັນເລືອດດີຂຶ້ນ.
2.ຊ່ວຍເພີ່ມພະລັງງານໃຫ້ກັບເຈົ້າ: ຫາກເຈົ້າຕ້ອງການພະລັງງານເພື່ອຮັບມືກັບການເຮັດວຽກທີ່ຫຍຸ້ງຍາກ ແລະ ວຸ້ນວາຍຢູ່ຕະຫຼອດເວລາ ເຈົ້າຕ້ອງດື່ມນ້ຳໝາກໄມ້ຊະນິດນີ້ ມັນຈະຊ່ວຍເພີ່ມພະລັງງານໃຫ້ກັບເຈົ້າໄດ້ໃນເວລາບໍ່ຈັກຊົ່ວໂມງ ເຄື່ອງດື່ມນີ້ເໝາະຫຼາຍສຳລັບນັກກີລາ.
3.ບຳລຸງສະໝອງ: ການເຮັດວຽກຂອງສະໝອງຂອງເຈົ້າຈະດີຂຶ້ນ ຖ້າເຈົ້າກິນຜັກຊະນິດນີ້ເປັນປະຈຳ ເນື່ອງຈາກມັນມີບີເທນແລະທິບໂຕເຟນ.

4.ຊ່ວຍເຮັດຄວາມສະອາດຕັບ ເນື່ອງຈາກບີເທນທີ່ອັດແໜ້ນຢູ່ໃນຜັກຊະນິດນີ້ສາມາດເຮັດຄວາມສະອາດຕັບ ແລະ ຊ່ວຍປັບປຸງການເຮັດວຽກຂອງຕັບໃຫ້ດີຂຶ້ນ.
5.ຫຼຸດອາການທ້ອງຜູກ: ບີທຣູດອຸດົມໄປດ້ວຍໄຟເບີ ຊຶ່ງຊ່ວຍເພີ່ມຂະບວນການຍ່ອຍອາຫານ ແລະ ເຮັດໃຫ້ການຂັບຖ່າຍຂອງເຈົ້າດີຂຶ້ນ.
6.ບຳລຸງສາຍຕາ :ບີທຣູດເປັນແຫຼ່ງສຳຄັນຂອງວິຕາມິນເອ ແລະ ເບຕ້າແຄໂຣທີນ ມັນຊ່ວຍກຳຈັດບັນຫາສຸຂະພາບຕ່າງໆໃຫ້ກັບເຈົ້າ.
7.ບຳລຸງຫົວໃຈໄດ້ 100%: ບີທຣູດອັດແໜ້ນໄປດ້ວຍໂພແທັກຊຽມ ຈຶ່ງເໝາະທີ່ຈະຊ່ວຍຮັບມືກັບບັນຫາຫົວໃຈວາຍ ຫຼື ບັນຫາການເຕັນຂອງຫົວໃຈບໍ່ປົກກະຕິ ລອງນຳຜັກຊະນິດລວມຢູ່ໃນອາຫານຂອງເຈົ້າ ມັນຈະເຮັດໃຫ້ເຈົ້າມີຄວາມສຸກກັບສຸຂະພາບທີ່ດີຂຶ້ນຂອງເຈົ້າ