ຂ່າວດີ ແຂວງສາລະວັນ ປິ່ນປົວຜູູ້້ຕິດ ໂ ຄ ວິ ດ – 19 ຫາຍດີ 5 ຄົນ

ໃນຕອນແລງວັນທີ​ 7​ ພຶດສະພາ​ 2021​​ ໄດ້ມີພິທີສົ່ງຄົນເຈັບຜູ້ປິ່ນປົວຫາຍດີຈາກພະຍາດໂຄວິດ-19​ ທີ່ໂຮງໝໍແຂວງສາລະວັນ, ໂດຍມີ ທ່ານ ດຣ ຄໍາຄ້າຍ ຄໍາສິງສະຫວັດ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງສາລະວັນ ພ້ອມດ້ວຍແພດ, ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ແຂວງສາລະວັນ ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີ ເພີ່ມອີກ 5 ຄົນ,

ຂ່າວດີ! ແຂວງສາລະວັນ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີ 5 ຄົນ.

1. ທ້າວ ຍົກ ອາຍຸ 26 ປີ ບ້ານ ຫຼັກສອງ,

2. ທ້າວ ຄອນສະຫວັນ ອາຍຸ 27 ປີ ບ້ານ ນາກົກໂພ,

3. ນາງ ຢວນ ອາຍຸ 19 ປີ ບ້ານຫຼັກສອງ,

4. ນາງ ຄໍາຫລ້າ ອາຍຸ 23 ປີ ບ້ານໂພນແກ້ວ,

5. ນາງ ສຸກສາລາຄອນ ອາຍຸ 19 ປີ ບ້ານຂົວເສັດ,.

ປັດຈຸບັນແຂວງສາລະວັນ ລວມມີຜູ້ຕິດເຊື້ອທັງໝົດ 12 ຄົນ ແລະ ປິ່ນປົວຫາຍດີແລ້ວ 6 ຄົນ ແລະ ພວມກຳລັງປິ່ນປົວ 6 ຄົນ.ຂ່າວ: ກິນດາວັນ ອ້ວນນາຄູ.

ທີ່ມາ.

Related Posts

Leave a Reply

Your email address will not be published. Required fields are marked *