ຕາມຂ່າວຈາກ ມົດສະກູ, ວັນທີ 6 ພຶດສະພາ 2021 ວ່າ ລັດເຊຍ ໃຫ້ການອະນຸມັດ ວັກຊິນ ສະປຸດນິກ-ໄລ( Sputnik Light) ທີ່ມີປະສິດທິພາບ ໃນການປ້ອງກັນ ເຊື້ອພະຍາດ ໂຄວິດ-19 ໃນການສັກພຽງ ເຂັມດຽວ ເຊິ່ງແຕກຕ່າງຈາກ ສະປຸດນິກ-ວີ (Sputnik V)ທີ່ຕ້ອງສັກ 2 ເຂັມ.

ສຳລັບ ວັກຊິນ ຊະນິດໃໝ່ນີ້ ມີປະສິດທິພາບ 79,4% ໃນການປ້ອງກັນ ໂຄວິດ-19 ແລະ ມີລາຄາບໍ່ເຖິງ 10 ໂດລາ ສະຫະລັດ ຕໍ່ໂດສ ແລະ ສາມາດ ສ້າງພູມຕ້ານທານ ໃຫ້ກັບ ປະຊາຊົນ ໃນເວລາ ທີ່ສັ້ນຂຶ້ນ.

ແຕ່ຢ່າງໃດກໍ່ຕາມ ສະປຸດນິກ-ໄລ ພວມຢູ່ໃນລະຫວ່າງ ການທົດລອງ ໄລຍະທີ່ 3 ໃນລັດເຊຍ, ສະຫະນະຄອນ ເອມິເຣດ ອາຣັບ ແລະ ການາ ລວມທັງ ອີກຫລາຍປະເທດ ໂດຍມີ ອາສາສະໝັກ ປະມານ 7.000ຄົນ ແລະ ຈະມີການປະກາດຜົນ ການທົດລອງ ພາຍໃນເດືອນນີ້.
