ປະຊາຊົນຈໍານວນໜຶ່ງຝ່າຝືນລັກລອບເຂົ້າ – ອອກເມືອງ ຕົ້ນເຜິ້ງ ຕາມເສັ້ນທາງທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ຜ່ານ.


ນັບແຕ່ເລີ່ມມີການແຜ່ລະບາດ ຂອງພະຍາດ ໂຄວິດ – 19 ໃນຮອບນີ້ ເມືອງ ຕົ້ນເຜິ້ງ ກໍ່ໄດ້ປະຕິບັດມາດຕະການປິດການເຂົ້າ – ອອກເມືອງ ໂດຍໄດ້ຕັ້ງຈຸດກັ່ນກອງຄົນເຂົ້າ – ອອກຢູ່ຈຸດປະຕູໂຂງທາງເຂົ້າເທສະບານ, ປິດການສັນຈອນ ເຂົ້າ -ອອກ ລະຫວ່າງບ້ານຕໍ່ບ້ານ ໂດຍ ໃຫ້ເຈົ້າໜ້າທີ່ທະຫານ – ຕໍາຫຼວດ, ປກສ ກອງຫຼອນບ້ານຜັດປ່ຽນກັນປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ແລະ ສ້າງສິ່ງກີດຂວາງໃສ່ເສັ້ນທາງນ້ອຍທີເຊື່ອມຕໍ່ໄປຫາເສັ້ນທາງໃນເທສະບານ ແຕ່ຜ່ານການຈັດຕັ້ງປະຕິບັດມາດຕະການດັ່ງກ່າວ.


ປະຈຸບັນຍັງມິປະຊາຊົນຈໍານວນໜຶ່ງໄດ້ຝ່າຝືນ ລັກລອບ ເຂົ້າ – ອອກເມືອງຕາມເສັ້ນທາງທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ຜ່ານ ເປັນຕົ້ນ ໄດ້ມີການລັກລອບເຂົ້າ – ອອກຜ່ານເສັ້ນທາງໄປໄຮ່, ນາ, ສວນ ຂອງປະຊາຊົນ ແລະ ເສັ້ນທາງນ້ອຍ ທີ່ເຊຶ່ອມຕໍ່ຫາເສັ້ນທາງໃນເທສະບານເມືອງຈຸດທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນເວນຍາມ, ຜູ້ລັກລອບບາງຄົນໄດ້ຂຸດກອງດິນທີ່ທາງຄະນະສະເພາະກິດໄດ້ນໍາມາຖອກກັ້ນເສັ້ນທາງໄວ້ ເພື່ອໃຫ້ລົດຂອງຕົນລັກລອບຜ່ານໄປໄດ້.


ນອກຈາກນັ້ນຍັງມີປະຊາຊົນຈໍານວນໜຶ່ງໄດ້ຂັບລົດມາຮັບເອົາຄົນຕ່າງປະເທດຢູ່ຈຸດດັ່ງກ່າວເຂົ້າໄປໃນເທສະບານເມືອງ ເຊິ່ງປະຊາຊົນຢູ່ໃນເຂດດັ່ງກ່າວໄດ້ເຫັນ ແລະ ເປັນຫ່ວງຕໍ່ບັນຫາດັ່ງກ່າວຈຶ່ງໄດ້ມາແຈ້ງຕໍ່ເຈົ້າໜ້າທີ່ກ່ຽວຂ້ອງແລ້ວ ແຕ່ຍັງບໍ່ສາມາດຈັບໄດ້ໄລ່ທັນ ດັ່ງນັ້ນທາງເຈົ້າໜ້າທີ່ຈະໄດ້ສືບຕໍ່ຕິດຕາມກວດກາເພື່ອນຳເອົາຕົວຜູ້ທີ່ຝ່າຝືນລັກລອບມາລົງໂທດຕາມລະບຽບກົດໝາຍ.


ຕໍ່ກັບບັນຫານີ້ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຜູ້ທີ່ໄດ້ລັກລອບເຂົ້າ – ອອກ ໃຫ້ເຂົ້າໃຈ ແລະ ເຫັນໃຈຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທີ່ຕ້ອງອົດທົນພະຍາຍາມເສຍສະຫຼະພາລະໜ້າທີ່ສ່ວນຕົວ, ຄອບຄົວ ຜັດປ່ຽນກັນມາປ້ອງກັນເວນຍາມເພື່ອໃຫ້ທຸກຄົນໃນສັງຄົມປອດໄພຈາກພະຍາດ ໂຄວິດ – 19 ແຕ່ຄວາມພະຍາຍາມນັ້ນອາດບໍ່ເກີດປະສິດທິຜົນເທົ່າຄວນ ເພາະພວກທ່ານຍັງລັກລອບເຂົ້າມາຕາມເສັ້ນທີ່ທາງຄະນະສະເພາະກິດບໍ່ອະນຸຍາດ ແລະ ບໍ່ໄດ້ຜ່ານການກັ່ງກອງ ເຊິ່ງຖ້າຫາກພວກທ່ານເປັນກຸ່ມຄົນທີ່ລັກລອບເຂົ້າມາໃນເທສະບານເມືອງນັ້ນ.


ເປັນກຸ່ມທີ່ມາຈາກເຂດທີ່ມີຄວາມສ່ຽງ ຫຼື ຍິ່ງໄປກວ່ານັ້ນແມ່ນເຂົ້າມາພັກອາໃສຢູ່ຕາມເຮືອນເຊົ່າ ເຮືອນພັກ ຫ້ອງແຖວ ກໍ່ອາດນໍາເອົາເຊື້ອພະຍາດ ໂຄວິດ – 19 ເຂົ້າມາແຜ່ລະບາດເປັນວົງກວ້າງໃນຊຸມຊົນພາຍໃນເມືອງໄດ້ ຫຼື ຖ້າຫາກທ່ານເຂົ້າມາຍ້ອນມີວຽກຈໍາເປັນ ເຊັ່ນ: ໄປໂຮງໝໍ, ໄປສັກຢາວັກຊິນ ການນໍາເອົາສິນຄ້າມາຂ່ຽນຖ່າຍເພືີອຂົນສົ່ງເຂົ້າໄປໃນເທສະບານເມືອງ ກໍ່ຂໍຮຽກຮ້ອງໃຫ້ເຂົ້າມາຕາມຈຸດກັ່ນກອງທີ່ທາງຄະນະສະເພາະກິດອະນຸຍາດໃຫ້ເຂົ້າ – ອອກ ຄື ຈຸດປະຕູໂຂງທາງເຂົ້າເທສະບານເມືອງ ເພື່ອຜ່ານການກັ່ນກອງຕາມຂັ້ນຕອນ.




ພາບ – ຂ່າວ: ອຸໄທ ພູມມາ.