ຕົ້ນຕານ ຢາປົວຕັບອັບເສັບ, ໜັງເຫຼືອງ, ຂັບປັດສະວະ


ບັນຍາຍການນຳໃຊ້ຕົ້ນຕານສ່ວນທີ່ໃຊ້ເປັນຢາແມ່ນຂວັ້ນຮ່ວງດອກ, ເປັນນໍ້າຕານເຊິ່ງແມ່ນທາດແຫຼວທີ່ໄຫຼອອກຈາກຮ່ວງດອກ. ວິທີຜະລິດນໍ້າຕານ: ເມື່ອຕົ້ນຕານເປັນດອກແລ້ວ, ເພີ່ນຕັດປາຍກ້ານຊໍ່ດອກ, ຊຶ່ງເຮົາເຄີຍເອີ້ນວ່າ: (ໂຄຍຕານ) ຕັດຖີ່ມປະມານ 3-5 ຊມ, ແລ້ວເອົາທໍ່ຊຸບໃສ່, ຄວນຕັດຍາມແລງຄ້ອຍຄໍ່າ, ປະໄວ້ຕະຫຼອດຄືນຈະໄດ້ນໍ້າຕານປະມານ 1 ລີດ. ນໍ້າຕານທີ່ເອົາກາງຄືນຈະບໍ່ມີລົດສົ້ມ, ຫວານດີ, ມີກິ່ນຫອມ, ບົ່ມກັບແປ້ງເຫຼົ້າຈະໄດ້ເຫຼົ້າຕານມີປະລິມານທາດເຫຼົ້າຕໍ່າ ຄ້າຍຄືເບຍ, ແຕ່ກໍ່ອາດຈະໃຊ້ ປຸ່ງແຕ່ງໃຫ້ເຂັ້ມຂຸ້ນຂື້ນໄດ້.


ນອກຈາກສ່ວນທີ່ໃຊ້ເປັນຢາ ແລະ ວັດຖຸດິບທີ່ຜະລິດນໍ້າຕານແລ້ວ, ໝາກຕານເປັນອາຫານບໍາລຸງ, ໃຊ້ວຸ້ນຈາກແກ່ນຮັບປະທານ, ໜ່ວຍແກ່ເປັນສີເຫຼືອງ, ມີກິ່ນຫອມ, ວຸ້ນຈະແຂງກາຍເປັນທາດແປ້ງທີ່ສາມາດເຮັດເຂົ້າໜົມ ຫຼື ເຮັດນໍ້າຫວານ. ຄຸນປະໂຫຍດທາງການແພດ: ຂວັ້ນຮວງດອກເປັນຢາປົວໄຂ້, ຂັບປັດສະວະ, ປົວໄຂ້ມາເລເຊຍ, ປ້າງໃຫຍ່, ຕັບອັບເສັບ: ຊອຍຂວັ້ນດອກເປັນປ່ຽງບາງໆຊັ່ງເອົາ 100 ກຼາມປະສົມນໍ້າ 100 ມິນລີລີດ, ຕົ້ມຟົດ 15 ນາທີ, ແບ່ງເປັນ 2-3 ເທື່ອ ດື່ມໃນ 1 ວັນ.


ຂວັ້ນດອກປີ້ງ, ເອົາມາປັ້ນ ຫຼື ໜີບ ເອົານໍ້າດື່ມໃນຕອນເຊົ້າໆລະ 100 ກຣາມ ເປັນຢາຂ້າແມ່ທ້ອງກົມ. ນໍ້າຕານຂອງຮວງດອກຕານຍັງເປັນຢາລະບາຍອ່ອນ (Purgative) ເປັນຢາແກ້ເບື່ອໃນກໍລະນີເບື່ອ. ຕົ້ນຕານອ່ອນເປັນຢາປົວຕັບອັບເສັບ, ໜັງເຫຼືອງ, ຂັບປັດສະວະ.


ຮາກຕານກໍ່ເປັນຢາຂັບປັດສະວະສະດວກ, ໃຊ້ໃນຮູບຢາຕົ້ມ ມື້ໜຶ່ງ 50-60 ກຣາມ. ສ່ວນອື່ນຂອງຕົ້ນຕານກໍ່ມີຄຸນປະໂຫຍດ, ລຳຕົ້ນເຮັດເສົາເຮືອນ, ແຂບເຮືອນ, ໃບຕານໃຊ້ໄວ້ມຸງເຮືອນ, ເຮັດກຸບ.