ຂ່າວດ່ວນ

ເຝົ້າລະວັງຂັ້ນສູງສຸດ! ສາຍພັນອິນເດຍ ເຂົ້າສູ່ປະເທດໄທ

ແພດຍິງ ອະພິສະໄໝ ສີລັງສັນ, ສູນບໍລິຫານການແຜ່ລະບາດຂອງເຊື້ອພະຍາດ (ສບຄ) ຜູ້ຊ່ວຍໂຄສົກ ຖະແຫຼງການ: ກວດພົບເຊື້ອສາຍພັນອິນເດຍ ຈາກຜູ້ເດີນທາງມາຈາກປາກີສະຖານ ເປັນກໍລະນີທຳອິດ, ພົບວ່າແມ່ນ ເພດຍິງ ສັນຊາດໄທ ອາຍຸ 42 ປີ,

ຖືພາ 25 ອາທິດ, ເຄີຍອາໄສ ຢູ່ທີ່ປະເທດປາກີສະຖານ ແລະ ເດີນທາງມາຮອດປະເທດໄທ ຕັ້ງແຕ່ວັນທີ 24 ເດືອນເມສາ ທີ່ຜ່ານມາ ແລະ ໄດ້ແວະພັກຢູ່ ປະເທດດູໄບ, ໂດຍເດີນທາງ ມາພ້ອມກັບ ລູກຊາຍ 3 ຄົນ, ອາຍຸ 4 ປີ, 6 ປີ, ແລະ 8 ປີ, ພັກຢູ່ໃນສະຖານທີ່ກັກຕົວ ກັບລູກຊາຍ ອາຍຸ 4 ປີ ວັນທີ 26 ເມສາ ພົບວ່າມີເຊື້ອເປັນບວກ ຢືນຢັ້ນວ່າ.

ຕິດເຊື້ອໂຄວິດ-19 ເຊິ່ງທາງກົມຄວບຄຸມພະຍາດ ກວດພົບວ່າ ເປັນສາຍພັນອິນເດຍ ເຮັດໃຫ້ໃນກອງປະຊຸມຂອງກະຊວງສາທາລະນະສຸກ ໄດ້ມີກາຍປຶກສາຫາລື ເພາະມີຄວາມກັງວົນວ່າ:

A woman is consoled after her husband died due to the coronavirus disease (COVID-19) outside a mortuary of a COVID-19 hospital in New Delhi, India, April 15, 2021. REUTERS/Danish Siddiqui TPX IMAGES OF THE DAY

ຈະມີເຊື້ອກາຍພັນໃນປະເທດໄທ, ຈຶ່ງໄດ້ເຝົ້າລະວັງ ແລະ ແຈ້ງໃຫ້ພະແນກການແພດ ຮ່ວມເຮັດວຽກກັບໂຮງຮຽນກົມຄວບຄຸມພະຍາດ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໃຫ້ເຝົ້າລະວັງສູງສຸດໃນເລື່ອງຂອງພະຍາດກາຍພັນ.

ແພດຍິງ ອະພິສະໄໝ ກ່າວວ່າ ນອກຈາກນີ້ ຍັງໄດ້ເນັ້ນໄປຫາຝ່າຍປົກຄອງ ໃຫ້ປ້ອງກັນການລັກລອບເຂົ້າປະເທດ, ໃນເວລາດຽວກັນ ປະຊາຊົນໄທທີ່ຕ້ອງການກັບຄືນປະເທດ ຂໍໃຫ້ເຂົ້າມາຕາມກົດລະບຽບທີ່ຖືກຕ້ອງ ແລະ ລັດຖະບານຈະເບິ່ງແຍງໃຫ້ ຄວາມປອດໄພ.

ພ້ອມຂໍຄວາມຮ່ວມມືກັບປະຊາຊົນໃນພື້ນທີ່ ຊ່ວຍກັນເປນຫູເປັນຕາ ຫາກພົບເຫັນການລັກລອບເຂົ້າເມືອງແບບຜິດກົດໝາຍ ໃຫ້ແຈ້ງໄປຍັງໜ່ວຍງານທີ່ກ່ຽວຂ້ອງ ເຊິ່ງປະຈຸບັນນີ້ ເໜັ້ນໄປຫາເລື່ອງການຈັດຫາ ແລະ ສັກວັກຊີນໃຫ້ກັບບຸກຄະລາກອນທີ່ຢູ່ດ່ານໜ້າ ຮ່ວມເຖິງ ຂ້າພະນັກງານທີ່ປະຕິບັດໜ້າທີ່ ບໍລິເວນຊາຍແດນອີກດ້ວຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button