ທ່ານ ນາງ ວາລີ ເວດສະພົງ ຖາມຫາຈັນຍາບັນສື່ ກ່ຽວກັບການພາດຫົວຂໍ້ຂ່າວທີ່ບໍ່ຊັດເຈນ
ຫຼັງຈາກທີ່ມີຂ່າວກ່ຽວກັບການເສຍຊີວິດຂອງແມ່ຕູ້ ອາຍຸ 63 ປີ ທີ່ໄດ້ໄປສັກວັກຊີນປ້ອງກັນໂຄວິດ-19
ເຮັດໃຫ້ສື່ອອນລາຍ ໄດ້ນຳສະເໜີຂ່າວທີ່ບໍ່ມີຄວາມຊັດເຈນ ເຮັດໃຫ້ສັງຄົມເກີດຄວາມເຂົ້າໃຈຜິດໄປຕ່າງໆນາໆ
ໂດຍລ່າສຸດ, ທ່ານ ນາງ ວາລີ ເວດສະພົງ ຜູ້ບໍລິຫານ ຫຸ້ນສ່ວນ ໂຮງຫມໍກະເສມລາດ ໄດ້ອອກມາສະແດງຄຳເຫັນແນະນຳບັນດາສື່ຕ່າງໆ ເຖິງຈັນຍາບັນຂອງສື່ທີ່ກ່ຽວກັບການພາດຫົວຂໍ້ຂ່າວທີ່ບໍ່ມີຄວາມຖືກຕ້ອງ
ໂດຍທ່ານໄດ້ແນະນຳວ່າ ໃຫ້ລໍຖ້າຄວາມຊັດເຈນຈາກທາງການກ່ອນ ບໍ່ຄວນອອກມາໂພສຂ່າວ ໂດຍທີ່ຍັງບໍ່ມີຄວາມຊັດເຈນ ຈະເຮັດໃຫ້ ປະຊາຊົນ ສັງຄົມເຂົ້າໃຈຜິດ ມີຫລາຍແຫຼ່ງຂ່າວພາດຫົວຂໍ້ ກ່ຽວກັບ ແມ່ຕູ້ ທີ່ໄດ້ສັກວັກຊີນ ແລ້ວບອກວ່າ ເສຍຊີວິດ ຍ້ອນການສັກວັກຊີນ ຕາມກະແສຂ່າວ ໃນຕອນນີ້ ທີ່ເຮັດໃຫ້ຄົນຈຳນວນຫລາຍຕົກໃຈ ໂດຍບາງ ສື່ອອນລາຍເວົ້າບໍ່ຈະເເຈ້ງ ອາດເຮັດໃຫ້ ຫລາຍຄົນເຂົ້າໃຈຜິດ ວ່າການສັກວັກຊີນມີຜົນອັນຕະລາຍເຖິງຊີວິດ