🚶🏿♂️ຄົນຍ່າງ 🏃🏿♂️ແລ່ນ 🚴🏿♂️ ປັ່ນລົດຖີບ ໄລຍະຫ່າງ 2 ແມັດ ຍັງບໍ່ປອດໄພຈາກໂຄວິດ-19.

ນັກວິໄຈຈາກມະຫາວິທະຍາໄລ KU Leuven ຈາກປະເທດເບວຍຽມ ແລະ TU Eindhoven ປະເທດເນເທີແລນ ໄດ້ສ້າງການທົດລອງ ການແຜ່ກະຈາຍເຊື້ອໄວຣັສ COVID-19 ໃນລະຫວ່າງການອອກກຳລັງກາຍ, ບໍ່ວ່າຈະເປັນ:

ການຍ່າງ, ແລ່ນ ແລະ ປັ່ນລົດຖີບ. ພົບວ່າຖ້າມີການໄອ ຫຼື ຈາມ ມັນສາມາດແຜ່ກະຈາຍເຊື້ອໄດ້ໄກເຖິງ 20 ແມັດ ໂດຍການຄົ້ນຄວ້ານີ້ພົບວ່າ: ຖ້າຍ່າງ, ອອກກຳ ລັງກາຍ ສາມາດແຜ່ເຊື້ອໄດ້ເຖິງ 4-5 ແມັດ,

ຖ້າແລ່ນ ຫຼື ຂີ່ລົດຖີບຊ້າໆ ສາມາດແຜ່ເຊື້ອໄດ້ເຖິງ 10 ແມັດ ແລະ ຖ້າການຂີ່ລົດຖີບໄວ ສາມາດແຜ່ເຊື້ອໄດ້ເຖິງ 20 ແມັດແຕ່ແນວໃດກໍ່ຕາມ, ຖ້າເປັນໄປໄດ້ ແມ່ນແນະນຳໃຫ້ທຸກຄົນ ອອກກຳລັງກາຍຢູ່ເຮືອນຂອງຕົນເອງ ຈະເປັນການດີທີ່ສຸດ.

ຂໍ້ມູນເພີ່ມເຕີມ: https://bit.ly/3ezMWyQ
ທີ່ມາ.
