ຂ່າວດ່ວນ

“ກົບຍັກ” ນໍ້າໜັກ 1 ກິໂລກຣາມ ເກືອບເທົ່ານໍ້າໜັກເດັກອ່ອນ ພົບເຫັນທີ່ເກາະ ປະເທດໂຊໂລມອນ !!!

“ກົບຍັກ” ນໍ້າໜັກ 1 ກິໂລກຣາມ ເກືອບເທົ່ານໍ້າໜັກເດັກອ່ອນ ພົບເຫັນທີ່ເກາະ ປະເທດໂຊໂລມອນ !!!

ຊາວບ້ານເທິງເກາະໂຊໂລມອນ ທາງພາກໃຕ້ຂອງມະຫາສະໝຸດປາຊີຟິກ ຕ້ອງແປກໃຈ ຫຼັງຈາກເຂົ້າປ່າໄປລ່າໝູປ່າ ແຕ່ຕ້ອງພົບກັບ “ກົບຍັກ” ຂະໜາດໃຫຍ່ເທົ່າກັບຂະໜາດເດັກອ່ອນ ຊັ່ງນໍ້າໜັກເບິ່ງໄດ້ 1 ກິໂລກຣາມ.

ໃນວັນທີ 10 ພຶດສະພາ ປີ 2021 ເວັບໄຊຂ່າວ Daily Mail ໄດ້ລາຍງານວ່າ ທ້າວ ຈິມມີ່ ຮູໂກ້ ອາຍຸ 35 ປີ ເປັນເຈົ້າຂອງໂຮງໄມ້ ໃນເມືອງໂຮໄນລາ ເທິງເກາະໂຊໂລມອນ ພົບກົບໂຕໃຫຍ່ໂດຍບັງເອີນ ໃນເວລາ ລາວຍ່າງເຂົ້າໄປໃນປ່າເພື່ອໄປລ່າໝູ ລາວເລີຍຈັບກົບໂຕນີ້ທີ່ຢູ່ໃນສະພາບຕາຍແລ້ວກັບມາທີ່ເຮືອນ ແລະ ເມື່ອເອົາໃຫ້ລູກຊາຍອຸ້ມກໍສັງເກດໄດ້ວ່າມັນມີຂະໜາດໃຫຍ່ ລໍາໂຕຍາວປະມານເຄິ່ງໜຶ່ງຂອງເດັກນ້ອຍຜູ້ຊາຍ.

ກົບຍັກໂຕນີ້ ເປັນກົບສາຍພັນ “ຄໍນູເຟີ ກັບປີ້” (Cornufer guppyi) ເຊິ່ງເປັນສາຍພັນທ້ອງຖິ່ນ ທ້າວ ຈິມມີ່ ບອກວ່າ ລາວຮູ້ຈັກກົບພັນນີ້ ແຕ່ບໍ່ເຄີຍເຫັນໂຕໃຫຍ່ແບບນີ້ມາກ່ອນ ລາວເລົ່າວ່າ ຊາວບ້ານເອີ້ນກົບພັນນີ້ວ່າ “ໄກ່ປ່າ” ແລະ ມັກກິນກົບພັນນີ້ຫຼາຍກວ່າເນື້ອໄກ່ ແຕ່ມັນເປັນກົບທີ່ຫາຈັບໄດ້ຍາກ.

ທ້າວ ຈິມມີ່ ໄດ້ລະບຸອີກວ່າ ຕອນທີ່ຍ່າງເຂົ້າປ່າໄປຈັບໝູປ່າ ໝາສອງໂຕທີ່ຕິດຕາມລາວໄປນໍາ ພົບກົບໃຫຍໂຕນີ້ບໍລິເວນພຸ່ມໄມ້ ລາວເລີຍຈັບມາ ແຕ່ພົບວ່າມັນຕາຍແລ້ວ ຫຼັງຈາກທີ່ຈັບຖ່າຍຮູບຮຽບຮ້ອຍແລ້ວ ກໍຈັດການກິນມັນເປັນອາຫານ ແລະ ບອກວ່າ ຫວັງວ່າເທື່ອໜ້າຈະໄດ້ເຫັນກົບໃຫຍ່ໃນສະພາບຍັງມີຊີວິດຢູ່ ແລ້ວຈຶ່ງນໍາເອົາໄປລ້ຽງໄວ້ຢ່າງດີ.

ທີ່ມາ: Daily Mail

Related Articles

Leave a Reply

Your email address will not be published. Required fields are marked *

Back to top button