ຂ່າວດ່ວນ

ຍ້ອນສາເຫດໃດ ? ປະເທດລາວ ຈຶ່ງຕິດອັນດັບໃນການດື່ມເບຍຫຼາຍທີ່ສຸດໃນອາຊຽນ ອ່ານເລີຍ !

ມີລາຍງານວ່າ ສປປ ລາວ ມີອັດຕາການດື່ມເບຍສູງສຸກໃນບັນດາ 10 ປະເທດອາຊຽນ ໂດຍສະເລ່ຍຢູ່ປະມານປະມານ 7 ລິດຂຶ້ນໄປ ຕໍ່ຄົນ ຕໍ່ປີ.

ຕາມການສຳຫຼວດຂອງອົງການອານາໄມໂລກ ຫຼື WHO ການສຳຫຼວດຍັງພົບວ່າ ຜູ້ຍິງລາວດື່ມແອວກໍຮໍ ຫຼາຍທີ່ສຸດໃນແຖບ ອິນດູຈີນ ທັງນີ້ຜົນສຳຫຼວດຍັງພົບວ່າ ລາວປະກອບດ້ວຍຊຸມຊົນກຸ່ມນ້ອຍ ຫຼາຍເຜົ່າ ທີ່ມີທຳນຽມປະເພນີ ເຊິ່ງແອວກໍຮໍ ມີບົດບາດຢ່າງຫຼວງຫຼາຍຕໍ່ສັງຄົມລາວ.

ເພາະຈະມີງານສ້າງສັນຢ່າງຫຼວງຫຼາຍ ທີ່ເຮັດໃຫ້ຄົນລາວດື່ມ, ໂດຍຊາວລາວຈະສ້າງສັນທັງປີໃໝ່ສາກົນ, ປີໃໝ່ຈີນ, ປີໃໝ່ຫວຽດ, ປີໃໝ່ລາວ, ໃນຊ່ວງເຂົ້າພັນສາ ແລະ ເທດສະການຕ່າງໆຂອງທະວີບ ຢູໂຣບ, ທັງນີ້ ນອກຈາກແອວກໍຮໍ ທີ່ນຳເຂົ້າ ຊາວລາວຍັງນິຍົມດື່ມເຫຼົ້າທີ່ເຮັດມາຈາກເຂົ້າ

ທັງນີ້ WHO ລະບຸວ່າ ໃນລາວມີການໂຄສະນາເຄື່ອງດື່ມແອວກໍຮໍ ໃນໜັງສືພິມ, ວາລະສານ, ວິທະຍຸ ໂທລະພາບ ແລະ ຍັງມີຈຳນວນການສ້າງສາຖານບັນເທີງ ແລະ ໂຮງແຮມຕ່າງໆ ເຊິ່ງເປັນສະຖານທີ່ດື່ມແອວກໍຮໍ ຫຼາຍຂຶ້ນອີກດ້ວຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button