ຂ່າວດ່ວນ

ຣັດເຊຍ ສະໜັບສະໜູນອຸປະກອນທາງການ ທະຫານ ໃນການລາດຕະເວນຕາມຊາຍແດນ ລວມເຖິງພາຫະນະເກັບກູ້ລະເບີດ ແກ່ລາວ

ອີກໜຶ່ງລາຍການພາຫະນະຂອງເຕັກນິກຊ່າງແສງ ແລະ ອຸປະກອນສະໜັບສະໜູນທາງການທະຫານ ໃນການລາດຕະເວນຕາມຊາຍແດນ ລວມເຖິງພາຫະນະເກັບກູ້ລະເບີດ ຂອງ ກະຊວງປ້ອງກັນປະເທດ ,ທີ່ລໍາລຽງເຂົ້າສູ່ນະຄອນຫຼວງວຽງຈັນ ເພື່ອພິທີຮັບມອບຢ່າງເປັນທາງການ.

ທ່ານ ວະລາດີມີຣ ກາລີນິນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ.ຣັດເຊຍ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມພີທີມອບຝາກ ພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກໄລຍະຍາວ ທີ່ກະຊວງປ້ອງກັນປະເທດແຫ່ງສ.ຣັດເຊຍ ໄດ້ໃຫ້ການຊ່ວຍເຫຼືອກະຊວງປ້ອງກັນປະເທດ ແຫ່ງ ສປປລາວ.

ທ່ານ ວະລາດີມີຣ ກາລີນິນໄດ້ກ່າວວ່າ:

ພວກເຮົາເຊື່ອໝັນວ່າ ການມອບ-ຮັບ ພາຫະນະເຕັກນິກຊ່າງແສງຄັ້ງນີ້ ຈະເປັນການປະກອບສ່ວນອັນສາຄັນ ເຮັດໃຫ້ຄວາມອາດສາມາດດ້ານປ້ອງກັນຊາດ ຂອງກອງທັບປະຊາຊົນລາວເຂັ້ມແຂງຂື້ນ ຊ່ວຍເຮັດ ໃຫ້ການ ປະຕິບັດ ຫນ້າທີ່ປະສົບຜົນສາເລັດ , ລວມທັງແມ່ນການລາດຕະເວນຊາຍແດນ, ສະກັດກັ້ນການເຄື່ອນໄຫວຜິດກົດໝາຍປະເພດຕ່າງໆ

ລວມທັງການຄ້າຂາຍຢາເສບຕິດທີ່ຜິດກົດໝາຍ. ພາຫະນະເຕັກນິກຊ່າງແສງອທີ່ຖືກໂອນຍ້າຍຍັງຈະຊ່ວຍໃຫ້ຮັບມືກັບວຽກງານດ້ານມະນຸດສະທຳ ແລະ ສັນຕິພາບທີ່ສະຫງົບສຸກ. ໂດຍສະເພາະ, ເຕັກນິກນີ້ສາມາດຖືກນຳໃຊ້ເພື່ອການເກັບກູ້ລະເບີດ, ການຮັບມືຜົນສະທ້ອນຂອງໄພພິບັດທາງທຳມະຊາດ ແລະ ການສະໜອງຄວາມຊ່ວຍເຫລືອດ້ານມະນຸດສະທຳໃຫ້ແກ່ປະຊາຊົນໃນເຂດປະສົບໄພ.

ບໍ່ດົນມານີ້, ໄດ້ມີການສະເເດງໃຫ້ເຫັນເຖິງອຸປະກອນທີ່ມີຄຸນນະພາບ ເເລະ ຄວາມໜ້າເຊື່ອຖືສູງ ທີ່ຜະລິດຈາກໂຊວຽດ ແລະ ຣັດເຊຍ ໃນລະຫວ່າງການເຝິກເເອບເນື່ອງໃນໂອກາດວັນຄົບຮອບ 45 ປີ ຂອງ ສປປ ລາວ.ໃນຕໍ່ໜ້າ, ການຊ່ວຍເຫລືອດ້ານເຕັກນິກການທະຫານ ທີ່ມີໃນຂອບການຮ່ວມມືກັບ ສປປ ລາວ ຈະດຳເນີນຕໍ່ໄປ.

ພວກເຮົາຕີລາຄາສູງຕໍ່ການພົວພັນລະຫວ່າງປະເທດຂອງພວກເຮົາໃນຂົງເຂດການທະຫານ ແລະ ເຕັກນິກການທະຫານ; ພວກເຮົາມີຄວາມເຊື່ອໝັ້ນວ່າ ມັນບໍ່ພຽງແຕ່ປະກອບສ່ວນໃນການເສີມສ້າງອະທິປະໄຕ ແລະ ເພີ່ມທະວີຄວາມສາມາດດ້ານການປ້ອງກັນປະເທດຂອງ ສປປ ລາວ ເທົ່ານັ້ນ, ແຕ່ຍັງເປັນການພັດທະນາສາຍພົວພັນທີ່ໄວ້ເນື້ອເຊື່ອໃຈກັນລະຫວ່າງລັດຂອງພວກເຮົາຕື່ມອີກ.

ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ, ການນຳ ແລະ ເຈົ້າຫນ້າທີ່ທະຫານຂອງກະຊວງປ້ອງກັນປະເທດ ສປປ ລາວ ທີ່ໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມຮ່ວມມືດ້ານການທະຫານຣັດເຊຍ – ລາວ.

ການພັດທະນາການພົວພັນສອງຝ່າຍຣັດເຊຍ – ລາວ ແລະ ຂໍອວຍພອນໃຫ້ປະຊາຊົນລາວມີສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ.

ມິດຕະພາບທີ່ມີມາແຕ່ດົນນານລະຫວ່າງຣັດເຊຍ ແລະ ລາວ!–ຂໍ້ມູນອ້າງອີງຈາກສະຖານທູດສະຫະພັນຣັດເຊຍ ປະຈໍາ ສປປລາວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button