ໃນຕອນບ່າຍ ວັນທີ 14 ພຶດສະພາ 2021, ໄດ້ມີພິທິມອບຮັບໜ້າທີ່ ປະທານອົງການກາແດງລາວຜູ້ເກົ່າ ແລະ ຜູ້ໃໝ່ ທີ່ອົງການກາແດງລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ”

1. ການເຂົ້າຮ່ວມ ແລະ ເປັນປະທານຂອງທ່ານນາງ ໃບຄໍາຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

2. ປະຕິບັດຕາມດໍາລັດຂອງນາຍົກລັດຖະມົນຕີ ທີ່ໄດ້ອະນຸມັດໃຫ້ທ່ານຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວຜູ້ເກົ່າ ອອກພັກການ-ຮັບອູດໜູນບໍານານ
3. ແຕ່ງຕັ້ງທ່ານ ຮສ ດຣ ພູທອນ ເມືອງປາກ (ຮອງລັດຖະມົນຕີກະຊວງສາທາລະນະສຸກ) ເປັນປະທານອົງການກາແດງລາວຜູ້ໃໝ່ ຕາມກົດໝາຍວ່າດ້ວຍລັດຖະບານແຫ່ງ ສປປລາວ.

ທີ່ມາ ແລະ ຮູບພາບ: Sourioudong Sundara