ສິງກະໂປ: ລ໋ອກດາວຮອບໃຫມ່ໃນວັນທີ 16 ພຶດສະພາ – 13 ມິຖຸນາ (ໂຄວິດຮອບໃຫມ່ສາຍພັນອິນເດຍ) ຫຼັງຈາກທີ່ບໍ່ກວດພົບຜູ້ຕິດເຊື້ອເປັນເວລາ 15 ອາທິດ.


ປະຊາຊົນແຮ່ກັນຊື້ອາຫານ, ເຄື່ອງໃຊ້ກັກຕຸນ ຫຼັງຈາກມີການປະກາດລ໋ອກດາວຮອບໃຫມ່ຈຶ່ງເຮັດໃຫ້ຮ້ານຄ້າເຕັມ ໄປດ້ວຍປະຊາຊົນທີ່ແຮ່ກັນໄປຊື້ເຄື່ອງມາໄວ້.


ເນື່ອງຈາກພົບຜູ້ຕິດເຊື້ອເປັນພະນັກງານອະນາໄມ ຢູ່ໃນສະໜາມບິນ ອາຍຸ 88 ປີ ໄດ້ສັກວັກຊີນຄົບແລ້ວ ໄດ້ຕິດເຊື້ອໄວລັດໂຄວິດ ຕັ້ງແຕ່ວັນທີ 05 ພຶດສະພາ ແລະ ໄດ້ລາມໄປຕິດກັບຜູ້ອື່ນ.

ຈາກຂໍ້ມູນລ່າສຸດພົບພະນັກງານ 28 ຄົນທີ່ຕິດເຊື້ອ ແລະ ມີ 19 ຄົນທີ່ໄດ້ຮັບການສັກວັກຊີນຄົບແລ້ວ 2 ໂດ໊ດ (ເຊິ່ງສິງກະໂປອະນຸມັດພຽງແຕ່ 2 ວັກຊີນເທົ່ານັ້ນທີ່ສັກໄດ້ນັ້ນແມ່ນ: ວັກຊີນໄຟເຊີລ ແລະ ໂມເດີນ໋າ )

