ຊົມເຊີຍ ຄົນລາວເຮົາບໍ່ຖິ້ມກັນ ຊ່ວຍກັນໂຫວດເດີ


ເຖິງວ່າດຣ່າມ້າຊ່ວງນີ້ຄຣິດສຕິນ້າຈະຫຼາຍພຽງໃດແຕ່ກໍາລັງໃຈ ຈາກຄົນລາວເຮົາຫຼາຍກວ່າເຮັດໃຫ້ຄຣິດສຕິນ້າມີແຮງສູ້ເຮັດທຸກມື້ຂອງການແຂ່ງຂັນໃຫ້ດີທີ່ສຸດ


ເຊິ່ງໜຶ່ງໃນຜູ້ສະໜັບສະໜູນຄຣິດສຕິນ້າບໍ່ເອີ່ຍເຖິງບໍ່ໄດ້ໝໍແນ່ງ ຫຼື ຈັນດາລີ ສິດພະໄຊ ເປັນນັກສະແດງ ແລະ Influencer ຂອງລາວເຮົາ ເຊິ່ງຮອບແລ້ວນີ້ໝໍແນ່ໂຫວດໃຫ້ຄຣິດສຕິນ້າ 100 ຄະແນນມູນຄ່າ 500,000 ກີບ ຮອບນີ້ເສີມກໍາລັງໄປອີກຈັດໄປ 2,000 ຄະແນນມູນຄ່າ 2,000,000 ກີບ.


ບອກເລີຍວ່າສຸດຍອດຫຼາຍໝໍແນ່ງຂອບໃຈທີ່ເຊຍນາງງາມປະເທດເຮົາ ຢາກໃຫ້ທຸກຄົນກົດໄລ້ ແລະ ກົດແຊຣໃຫ້ກໍາລັງໃຈເອື້ອຍຄຣິດສຕິນ້າ ແລະ ແທນຄໍາຂອບໃຈໝໍແນ່ງແນ່ເດີ້ໄປຕິດຕາມໝໍແນ່ງໄດ້ທີ FB: Chandaly Ningnang Sitpraxay.


ພ້ອມກັນນັ້ນທຸກຄົນສາມາດໂຫວດໃຫ້ຄຣິດສຕິນ້າເຂົ້າຮອບ 21 ຄົນສຸດທ້າຍທີ່ຈະປະກວດວັນທີ 17 ນີ້ຕອນເຊົ້າເວລາ 7am ໄດ້ທີ່ app:MissUniverse ໂຫວດຟຣີ 1 ຄັ້ງກາຍນັ້ນເສຍເງິນເດີ້ມາໃຫ້ກໍາລັງໃຈຄຣິດສຕິນ້ານໍາກັນຫຼາຍໆເດີ້🇱🇦🇱🇦🇱🇦🇱🇦🇱🇦🇱🇦🇱🇦🇱🇦🇱🇦🇱🇦🇱🇦🇱🇦🇱🇦🇱🇦🇱🇦🇱🇦❤️❤️❤️❤️❤️❤️❤️❤️❤️❤️❤️❤️❤️❤️❤️❤️ຄົນລາວເຮົາບໍ່ຖິ້ມກັນ