

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ນຳຜູ້ແທນພາກເອກະຊົນໄທໃນ ສປປ ລາວເຂົ້າມອບຄວາມຊ່ວຍເຫຼືອ ມູນຄ່າ 3.8 ລ້ານບາດ ເພື່ອສະຫນັບສະຫນູນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ຂອງ ສປປ ລາວ.


ເມື່ອວັນທີ 13 ພຶດສະພາ 2021 ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ນຳຄະນະຜູ້ແທນພາກເອກະຊົນໄທໃນ ສປປ ລາວ ມອບເງິນ ພ້ອມທັງອຸປະກອນທາງການແພດ ແລະ ສິ່ງຂອງທີ່ຈຳເປັນໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ.


ໂດຍມີ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຮອງຫົວຫນ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ເປັນຜູ້ຕາງຫນ້າຮັບມອບ ທີ່ ກະຊວງສາທາລະນະສຸກ ສປປ ລາວ.


ສະຖານເອກອັກຄະຣາຊະທູດໄທ ຮ່ວມກັບພາກເອກະຊົນ ແລະ ຊຸມຊົນໄທໃນ ສປປ ລາວ ໄດ້ລະດົມເງິນຊ່ວຍເຫຼືອ ແລະ ອຸປະກອນທີ່ຈຳເປັນ ເຊັ່ນ : ຕູ້ຄວາມດັນບວກສຳລັບການກວດເຊື້ອ, ນະວັດຕະກໍາຕຽງສະຫນາມກະດາດຂອງໄທ, ເຈວແອລກໍຮໍ ແລະ ຫນ້າກາກອະນາໄມ ລວມມູນຄ່າ 3,822,338 ບາດ ຫຼື ປະມານ 1.239 ລ້ານກີບ ເພື່ອສະຫນັບສະຫນູນການດໍາເນີນງານປ້ອງກັນການລະບາດຂອງພະຍາດໂຄວິດ 19 ຂອງ ສປປ ລາວ ແລະ ເພື່ອສະແດງຄວາມຫ່ວງໃຍ ແລະ ສົ່ງກຳລັງໃຈຈາກພີ່ນ້ອງຊາວໄທສູ່ພີ່ນ້ອງຊາວລາວ ໃນຖານະມິດແທ້ ແລະ ເພື່ອນບ້ານທີ່ໃກ້ຊິດ.


ການໃຫ້ຄວາມຊ່ວຍເຫລືອຈາກພາກເອກະຊົນໄທໃນຄັ້ງນີ້ ເປັນການສົມທົບຄວາມຊ່ວຍເຫລືອຈາກພາກລັດຖະບານໄທ ມູນຄ່າ12,800,000 ບາດເຊິ່ງໄດ້ມອບໄວ້ກ່ອນຫນ້ານີ້ເມື່ອວັນທີ 7 ພຶດສະພາ 2021 ສົ່ງຜົນໃຫ້ມູນຄ່າລວມຂອງຄວາມຊ່ວຍເຫລືອຈາກປະເທດໄທທັງຈາກພາກລັດຖະບານ ເອກະຊົນ ແລະ ພາກປະຊາຊົນ ລວມທັງຫມົດ 16,702,338 ບາດ ຫລື ປະມານ 5.400 ລ້ານກີບ.