ສູດສະໝຸນໄພປ້ອງກັນໄກ່ເປັນຫວັດ

ສູດສະໝຸນໄພນີ້ ຊ່ວຍປ້ອງກັນເພື່ຶອບໍ່ໃຫ້ໄກ່ເປັນຫວັດ ແລະ ສາມາດຊ່ວຍບັນເທົາອາການໄດ້.

ສ່ວນປະກອບ.

ຂີງແກ່ 1,5 ກິໂລ

ຫອມບົ່ວແຫ້ງ1,5 ກິໂລ.

ນ້ຳຕານ 1 ກິໂລ.

ການຜະລິດ.

ຊອຍຂີງ ແລະ ຫອມບົ່ວເປັນຕ່ອນນ້ອຍແລ້ວເອົາມາປະສົມກັບນ້ຳຕານບົ່ມໄວ້ 20 ມື້ກໍສາມາດນຳມາໃຊ້ໄດ້

ການນຳໃຊ້.

ຖ້າໃຊ້ປ້ອງກັນແມ່ນ 1 ບ່ວງກາເຟຕໍ່ນ້ຳ 1 ລິດ ຫຼື ປະສົມກັບອາຫານໃຫ້ໄກ່ກິນທຸກໆມື້.

ຖ້າໃຊ້ປົວແມ່ນ 1 ຢອດຕໍ່ໂຕແລ້ວໃຫ້ໄກ່ກິນນ້ຳອີກ.

ຂໍ້ມູນ: ປຶ້ມຄູ່ມືລ້ຽງໄກ່ລາດແບບພື້ນບ້ານໂດຍນຳໃຊ້ສະໝຸນໄພ ໂດຍ ສກສຍ

Related Posts

Leave a Reply

Your email address will not be published. Required fields are marked *