ແຈ້ງຂ່າວມໍລະນະພາບ ພະເດຊພຣະຄຸນຍາພໍ່ຈານວິໄລ ໄຊຍະລັງສີ ລວມອາຍຸ 119ປີ


ຂ້ານ້ອຍ/ອາຕະມາຂໍຕາງໜ້າໃຫ້ປະທານ ອພສ ເມືອງວຽງທອງ ພ້ອມດ້ວຍຄະນະ ແລະ ພຣະສົງສາມະເນນພາຍໃນເມືອງວຽງທອງ.
ເລື່ອງ: ຂໍແຈ້ງຂ່າວມໍລະນະພາບ ເລື່ອງທີ່ເສົ້າສະຫຼົດໃຈໃນຄັ້ງນີ້ ເພື່ອໃຫ້ຄູບາອາຈາຣຍ໌ ແລະ ຍາດໂຍມສາທຸຊົນທັງຫຼາຍໄດ້ຮັບຮູ້ນຳກັນວ່າ: ພະເດຊພຣະຄຸນ ຍາພໍ່ຈານວິໄລ ໄຊຍະລັງສີ ເກີດເມື່ອວັນທີ15 ມີນາ ປີຄສ 1902 ທີ່ບ້ານໝໍ້ ເມືອງ ໝອກ ແຂວງ ຊຽງຂວາງເພິ່ນໄດ້ມາຈຳພັນສາ ຢູ່ທີ່ວັດຈອມທອງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມໍລະນະພາບແລ້ວ.


ໃນເວລາ16:30 ຂອງວັນທີ15 ມັງກອນ ປີ2021 ເຊິ່ງລວມມາຍຸ/ອາຍຸໄດ້119ປີ,20ວັດສາ/ພັນສາ ດ້ວຍໂຣຄຊະຣາ ປັຈຈຸບັນນີ້ພະສົບເພິ່ນໄດ້ບຳເພັນກຸສົນໄວ້ທີ່ ວັດຈອມທອງ ບ.ໃຫຍ່ຈອມທອງ ມ.ວຽງທອງ ຂ.ບໍລິຄຳໄຊ.


+ ວັນຊາປະນະກິດສົບມີລາຍລະອຽດດັ່ງນີ້:
– ມື້ຂື້ນ01ຄ່ຳເດືອນ04 ພສ 2564 ກົງກັບ ວັນທີ12 ກຸມພາ ປີ ຄສ 2021 ໃນເວລາ14:00 ໂມງ, ເຄື່ອນຍ້າຍພະສົບໄປສູ່ຊາປະນະສະຖານ( ເດີນພະເຫວດບ້ານຈອມທອງ ຕໍ່ໜ້າພຣະເຈົ້າອົງຕື້)ເວລາ19:00ໂມງວາງເພີງຮ້ອນ.


– ມື້ຂື້ນ02ຄ່ຳ,ເດືອນ04 ພສ 2564 ກົງກັບ ວັນທີ13ກຸມພາ ປີ ຄສ 2021 ເວລາ 06:00 ເກັບອັດຖິ ຫລັງຈາກນັ້ນ ເວລາ07:30 ມີພິທີໃສ່ບາດຖວາຍສັງຄະທານ ແລະ ວັດຖຸທານຕ່າງໆ.
ດັ່ງນັ້ນ: ຈຶ່ງຂໍແຈ້ງຂ່າວປ່າວເຕືອນໃຫ້ຄູບາອາຈາຣຍ໌ ແລະ ຍາດໂຍມທັງຫລາຍໄດ້ຮັບຮູ້ທົ່ວເຖິງກັນ ແລະ ຈົ່ງເສຍສະຫຼະເວລາອັນມີຄ່າຂອງທ່ານມາຮ່ວມກິນຮ່ວມທານນຳກັນດ້ວຍເທີ້ນ


ຮ່ວມກິນຮ່ວມທານ ເບີໂທຣ ເຈົ້າອະທິການວັດ 020 99652285 ຄູບາ ຄຳດີປະທານ ອພສ ເມືອງ 020 55999703 ຍາທ່ານຄຳພອນ ທາອິນໄຊຍະວົງ.ແຈ້ງຂ່າວ: Noukeo Thammavongsa 17/01/2021 / 2564

