ຂ່າວດ່ວນ

ຊາວພຸດຈຳນວນຫລາຍ ຮ່ວມກັນທຳບຸນຕັກບາດໃນງານບຸນນະມັດສະການຜາສາດຫີນວັດພູປະຈໍາປີ 2021

ໃນຕອນເຊົ້າມື້ວານນີ້(ວັນທີ 28ມັງກອນ 2021)ກົງກັບວັນພະຫັດ(ວັນບຸນມາຄະບູຊາ) ເພັງ 15 ຄໍ່າເດືອນສາມ ພສ 2564 ຊາວພຸດຈາກທຸກສາລະທິດໄດ້ຮ່ວມກັນທໍາບຸນຕັກບາດທີ່ສະຖານບູຮານວັດພູຈໍາປາສັກ​ ເພື່ອສືບສອດປະພຶດປະຕິບັດຕາມຮີດຄອງປະເພນີ ທີ່ມີມາແຕ່ດົນນານ.

ສໍາລັບປີນີ້ກ່ໍໄດ້ມີຊາວພຸດມາຮ່ວມງານບຸນວັດພູ ແລະທໍາບຸນໃສ່ບາດຢ່າງຫຼວງຫຼາຍຄືປີຜ່ານມາ ຕ່າງແຕ່ປີນີ້ຕ້ອງໄດ້ປະຕິບັດມາດຕະການປ້ອງກັນ ແລະໄສ່ຜ້າປິດປາກ,​ດັງ​ ແລະອື່ນໆເພື່ອເປັນການປ່ອງກັນພະຍາດ ໂຄວິດ19 ເຊິ່ງໃນພິທີໃສ່ບາດຄັ້ງນີ້ມີ ທ່ານ ປອ​ ວິໄລວົງ​ ບຸດດາຄຳ.

ເຈົ້າເເຂວງໆຈຳປາສັກ,ບັນດາການນໍາແຂວງ,ເມືອງ,ພະແນກການກົມກອງອ້ອມຂ້າງ ແລະຊາວພຸດລາວເຂົ້າຮ່ວມຢ່າງຫຼວງຫຼາຍ.ໃນພິທີ ພຣະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສໍາພັນລາວ ແຂວງຈໍາປາສັກ ໄດ້ນໍາພາຄະນະສົງຈໍານວນ 500 ອົງ ແລະອອກຕົນຍາດໂຍມທັງຫຼາຍໄຫວ້ພຣະຣັດຕະນະໄຕ,ຮັບສິນ,ຮັບພອນ,ຮັບການຖວາຍທານ ທີ່ເປັນປັດໄຈຕ່າງໆ.

ຈາກນີ້ກໍໄດ້ຍ່າງບິນທະບາດ ຈາກບໍລິເວນໂຮງຊາວລົງຮອດແຄມໜອງສະ ໂດຍມີອອກຕົນຍາດໂຍມຮ່ວມໃສ່ບາດຢ່າງຫຼວງຫຼາຍ.ການທໍາບຸນຕັກບາດທີ່ສະຖານບູຮານວັດພູຈໍາປາສັກ ເປັນການສືບທອດຮີດຄອງປະເພນີວັດທະນະທໍາອັນດີງາມຂອງຊາດ ທີ່ຊາວເມືອງກໍຄືແຂວງຈໍາປາສັກສືບທອດມາແຕ່ບູຮານນະການ ໃຫ້ຄຽງຄູຢູ່ກັບຄົນລາວຕະຫຼອດໄປ.

ຈາກນີ້ກໍເປັນການອຸທິດສ່ວນກຸສົນ ແລະສີລິມົງຄົນໃຫ້ແກ່ຕົນເອງ ແລະຄອບຄົວໃຫ້ຢູ່ດີມີສຸກ ທັງເປັນການເຜີຍແຜ່ວັດທະນະທໍາ ແລະດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມວັດພູມໍລະດົກໂລກແຫ່ງທີ 2 ຂອງລາວໃຫ້ນັບມື້ຫຼາຍຂຶ້ນ ອີກດ້ວຍ.

ຜູ້ເຂົ້າຮ່ວມທໍາບຸນຕັກບາດໄດ້ໃຫ້ສຳພາດໂດຍສະແດງຄວາມຮູ້ສຶກຂອງຕົນດີໃຈທີ່ໄດ້ມາບຸນໃນຄັ້ງນີ້.

ສຳລັບຕອນຄ່ຳຂອງວັັນດຽວກັນນີ້ຍັງໄດ້ມີການແຫ່ວຽນທຽນໃຕ້ທູບທຽນເພືີ່ອເປັນການສັກກາລະບູຊາແດ່ສິ່ງສັກສິດຕາມສັດທາຂອງຕົນອີກດ້ວຍ.

ຂຽນ: ນ.​ ປະພິດ ສີສົມບູນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button