🔥 🔥 ແຈ້ງການ ! ເຖິງ: ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງ ລັດ-ເອກະຊົນ, ພະນັກງານ, ທະຫານ, ຕຳຫຼວດ ພໍ່ແມ່
ປະຊາຊົນ ທຸກພາກສ່ວນທີ່ກ່ຽວຂ້ອງ.
ເລື່ອງ: ຂ່າວສານຂໍ້ມູນຢູ່ທາງສັງຄົມອອນລາຍ (TikTok) ກ່ຽວກັບເຮືອບິນຕົກຢູ່ ເມືອງຊຽງເງີນ ແຂວງຫຼວງພະບາງ ໃນວັນທີ 17 ພຶດສະພາ 2021.
– ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 18999/ຍຂທ, ລົງວັນທີ 8 ສິງຫາ 2019 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມການບິນພົນລະເຮືອນ.
– ອີງຕາມ ການອອກຂ່າວຂອງບຸກຄົນ ທີ່ຢູ່ທາງສັງຄົມອອນລາຍ(TikTok @maisee4433) ກ່ຽວກັບເຮືອບິນຕົກຢູ່ເມືອງຊຽງເງີນ ແຂວງຫຼວງພະບາງ ໃນວັນທີ 17 ພຶດສະພາ 2021.

– ອີງຕາມໜັງສືລາຍງານຈາກກອງຈະລາຈອນທາງອາກາດລາວ ສະບັບເລກທີ0904/ກຈລ, ລົງວັນທີ18 ພຶດສະພາ 2021.
ກົມການບິນພົນລະເຮືອນ ຂໍຖືເປັນກຽດແຈ້ງມາຍັງບັນດາຊາບວ່າ: ໃນວັນທີ 17 ພຶດສະພາ 2021 ບຸກຄົນ ໂດຍໃສ່ຊື່ວ່າ emaisce4433 ນຳສະເໜີຂ່າວຜ່ານທາງສັງຄົມອອນລາຍ(TikTok) ກ່ຽວກັບເຮືອບິນຕົກຢູ່ເຂດ ເມືອງຊຽງເງີນ ແຂວງຫຼວງພະບາງ.
ຕໍ່ກັບບັນຫາດັ່ງກ່າວ, ກົມການບິນພົນລະເຮືອນ ໃນນາມຄຸ້ມຄອງມະຫາພາກດ້ານວຽກງານການບິນພົນລະເຮືອນ ໄດ້ປະສານສົມທົບກັບກອງຈະລາຈອນທາງອາກາດລາວ ກວດກາຄືນແລ້ວເຫັນວ່າ ສະພາບຂອງຖ້ຽວບິນ ຂຶ້ນ-ລົງ ສະໝາມບິນທົ່ວປະເທດ ແລະ ຖ້ຽວບິນຜ່ານ ສປປ ລາວ ໃນມື້ນັ້ນແມ່ນປະຕິບັດການບິນຄວາມປອດໄພ ແລະ ບໍ່ມີການລາຍງານ ຫຼື ແຈ້ງເຕືອນ ກ່ຽວກັບສະພາບການສຸກເສີນໃດໆ ໃນເຂດນ່ານຟ້າຂອງ ສປປ ລາວ.

ສະນັ້ນ, ກົມການບິນພົນລະເຮືອນ ຂໍຢັ້ງຢືນ ແລະ ແຈ້ງໃຫ້ຊາບວ່າ: ການໃຫ້ຂ່າວຂອງບຸກຄົນດັ່ງກ່າວ(@maisee4433) ໃນຄັ້ງວັນທີ 17 ພຶດສະພາ 2021ແມ່ນບໍ່ມີມູນຄວາມຈິງ (ຂ່າວປອມ) ເປັນການບິດເບືອນແລະ ສ້າງຄວາມປັ່ນປ່ວນໃນສັງຄົມ ເພື່ອຫວັງມ້າງເພທໍາລາຍລະບົບຄຸ້ມຄອງວຽກງານການບິນພົນລະເຮືອນ.
ພ້ອມນີ້ ກົມການບິນພົນລະເຮືອນ ໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ
ລະບຽບກົດໝາຍ ຢ່າງເຂັ້ມງວດ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນຈົ່ງໄດ້ຮັບຮູ້ ແລະ ເຂົ້າໃຈຕາມເນື້ອໃນຈິດໃຈຂອງແຈ້ງການສະບັບນີ້ດ້ວຍ.
ກົມການບິນພົນລະເຮືອນ,ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ