ຂ່າວດ່ວນ

ແຊບອກຕໍ່ ຂອບໃຈທິມງານເອື້ອຍເຕາະເອື້ອຍຕິນ່າ

ຫລາຍຄົນຖາມວ່າຄືບໍ່ປຸກເຮືອນໃຫ້ນ້ອງໃຫມ່ເລີຍ ຫມວຍວ່ານະນັ້ນບໍ່ແມ່ນການຊ່ວຍເຫລືອທີ່ແກ້ຕົງເຫດດອກ ເພາະເຮືອນຊານກະບໍ່ໄດ້ຊຸດໂສມຫລືເປເພ່ ເຮົາແຄ່ພາກັນມາຊ່ວຍເຕີມແຕ່ງຈາກສິ່ງທີ່ມີຢູ່ໃຫ້ດິຂຶ້ນກ່ອນເກົ່າກໍພໍແລ້ວ

ຊ່ວຍໃຫ້ນ້ອງໆຮູ້ຈັກທຳມາຫາລ້ຽງຊີບໃຫ້ກຸ້ມໂຕເອງ ເພາະພໍ່ກໍໄດ້ເສຍແລ້ວສ່ວນແມ່ກໍບໍ່ໄດ້ຢູ່ນຳ ມີພຽງອ້າຍກົກ19ປີແລະອ້າຍອີກຜູ້ຫນຶ່ງໄປເຮັດວຽກຫາເງິນມາລ້ຽງນ້ອງອີກສາມຄົນ ລວມເປັນ5ຄົນທີ່ອາໄສຢູ່ນຳກັນ5ອ້າຍນ້ອງ ມື້ນີ້ຮູສຶກດີໃຈຫລາຍທີ່ໄດ້ເຫັນຮອຍຍິ້ມຂອງຜູ້ຮັບຢ່າງເຕັມລົ້ນຈົນນ້ຳຕາຜູ້ເປັນອ້າຍໄຫລອອກມາ

ຂອບໃຈທິມງານເອື້ອຍເຕາະເອື້ອຍຕິນ່າທີ່ໃຫ້ຫມວຍໄດ້ມີສ່ວນຮ່ວມໃນການສ້າງຕໍ່ເຕີມໃຫ້ກັບນ້ອງໆໃນຄັ້ງນີ້ ຂໍເປັນກຳລັງໃຈໃຫ້ນ້ອງໆສູ້ຊີວິດກັນຕໍ່ໄປ.

ຄົນລາວບໍ່ຖິ້ມກັນ ສຸກໃຈທີ່ໄດ້ໃຫ້.

ຂອບໃຈທຸກຄົນທີ່ຊ່ວຍເຫື່ອແຮງຊ່ວຍເປັນກຳລັງໃຈ.

ເຮັດດີຕໍ່ໄປໃຜສິວ່າຈັງໃດກະຊ່າງ.

ສຳເລັດພາລະກິດ 10ຊົ່ວໂມງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button