ຂ່າວດ່ວນ ໃນເວລາ ແຕ່ 20:30-24:00 ຂອງວັນທີ 21 ພຶດສະພາ 2021

ຂ່າວດ່ວນ ໃນເວລາ ແຕ່ 20:30-24:00 ຂອງວັນທີ 21 ພຶດສະພາ 2021 ໄດ້ເກີດມີແຜນດິນໄຫວ ວັດຄວາມແຮງສູງສຸດໄດ້ 6.4 ຣິກເຕີ້ ຢູ່ເມືອງຕ້າຫຼີ່.

ມົນທົນຢູນານ ສປ ຈີນ ເຮັດໃຫ້ປະຊາຊົນ ຫຼາຍພັນຄົນ ຕ້ອງອອກມານອນ ໃນສະຖານທີ່ໂລ່ງ ເນື່ອງຈາກມີ Aftershock ແຜ່ນດິນໄຫວນ້ອຍ ຫຼາຍເທື່ອຕິດຕາມມາ ປະຊາຊົນ ມີຄວາມກັງວົນ ຢ້ານຕຶກອາຄານສູງພັງລົງມາ.

ໃນເວລາ 01:04 ຂອງວັນເສົາ ທີ່ 22.05.2021 ໄດ້ເກີດມີແຜ່ນດິນໄຫວຂຶ້ນຕື່ມ ຢູ່ມົນທົນ ຊິງໄຫ່ ສປ ຈີນ ວັດລະດັບຄວາມແຮງໄດ້ 7.4 ຣິກເຕີ້, ເຮັດໃຫ້ຊາວເມືອງ ອອກມາໂຮມໂຕກັນ ນອກອາຄານສູງ.

ຈາກເຫດການແຜ່ນດິນໄຫວ ດັ່ງກ່າວ ເບື້ອງຕົ້ນ ມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບ 9 ຄົນ.

https://www.theguardian.com/world/2021/may/21/two-chinese-provinces-hit-by-earthquakes-with-two-reported-dead

Related Posts

Leave a Reply

Your email address will not be published. Required fields are marked *